ບັນຍາກາດການພົບປະແລກປ່ຽນລະຫວ່າງສອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ແລະ ສະພາສູງ ອານເຊຣີ (ພາບ: VOV)

ໃນການພົບປະ, 2 ຝ່າຍເຫັນດີຍູ້ແຮງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດຢ່າງມີປະສິດທິຜົນ ໂດຍຜ່ານການແບ່ງປັນບົດຮຽນປະສົບການໃນການສ້າງກົດໝາຍ, ຕິດຕາມກວດກາ ແລະ ສ້າງກົດໝາຍ; ສ້າງບັນດາລາຍການຮ່ວມມືລົງເລິກລະຫວ່າງກຳມາທິການວິຊາການລະຫວ່າງສອງຝ່າຍ ແລະ ເຊື່ອມຕໍ່ກັບບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບຢ່າງແໜ້ນແຟ້ນກວ່າອີກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ສະພາສູງ ອານເຊຣີ ໃຫ້ການສະໜັບສະໜູນ, ສືບຕໍ່ສ້າງແລວນິຕິກຳທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສອງຝ່າຍ, ລົງນາມ ແລະ ໃຫ້ສັດຕະຍາບັນຂໍ້ຕົກລົງພື້ນຖານສຳຄັນສະບັບຕ່າງໆ. ເນື່ອງໃນໂອກາດນີ້, ການນຳສອງທ່ານກໍຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາ, ສິລະປະ ແນໃສ່ເຊີດຊູປະຫວັດສາດ ແລະ ມູນເຊື້ອຂອງທັງສອງຊາດ. ທ່ານປະທານສະພາສູງ ອານເຊຣີ ຕີລາຄາສູງ ແລະ ຢັ້ງຢືນວ່າ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່, ຕັ້ງໜ້າໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອານເຊຣີ ສ້າງຊີວິດການເປັນຢູ່ເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ອານເຊຣີ ແລະ ແມ່ນຂົວຕໍ່ໃຫ້ແກ່ນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງຊາດ.

ກ່ອນໜ້ານັ້ນ, ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານ Ibrahim Boughali ປະທານສະພາຕ່ຳປະຊາຊົນ ອານເຊຣີ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ສະພາຕ່ຳ ອານເຊຣີ ຈະໃຫ້ສັດຕະຍາບັນສັນຍາສະບັບຕ່າງໆທີ່ສອງຝ່າຍໄດ້ລົງນາມ, ໂດຍສະເພາະແມ່ນສັນຍາວ່າດ້ວຍພາສີອາກອນ, ການລົງທຶນ ແລະ ການຄ້າ. ສ່ວນທ່ານປະທານສະພາຕ່ຳ ອານເຊຣີ ກໍໃຫ້ຮູ້ວ່າ ບົນພື້ນຖານສາຍພົວພັນອັນດີງາມລະຫວ່າງສອງປະເທດ, ບັນດາວິສາຫະກິດ ຫວຽດນາມ ທີ່ມາລົງທຶນນັ້ນ ຈະໄດ້ຮັບສິດທິພິເສດ, ຕີລາຄາບັນດາໂຄງການເສດຖະກິດ ເຊິ່ງສອງຝ່າຍໄດ້ຕົກລົງເປັນເອກະພາບນັ້ນ ແມ່ນມີຄວາມເໝາະສົມກັບນະໂຍບາຍຫັນພື້ນຖານເສດຖະກິດຂອງ ອານເຊຣີ ເປັນຫຼາຍຮູບຫຼາຍແບບ. ກ່ຽວກັບການຮ່ວມມືໃນຊ່ອງລັດຖະສະພາ, ທ່ານປະທານສະພາຕ່ຳ ອານເຊຣີ ປາດຖະໜາຢາກແລກປ່ຽນ, ຮຽນຮູ້ບົດຮຽນກ່ຽວກັບບັນຫາປະຕິຮູບຂໍ້ກຳນົດກົດໝາຍກັບ ຫວຽດນາມ, ໃນນັ້ນ ມີກົດໝາຍກ່ຽວຂ້ອງເຖິງເສດຖະກິດການຄ້າເອເລັກໂຕນິກ.

ລ້າຍຮວາ