ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດ ກ່ຽວກັບບັນດາໂຄງການ, ກິດຈະກຳສຳຄັນແຫ່ງຊາດ, ໂຄງການຈຸດສຸມຂະແໜງຄົມມະນາຄົມແລະ ຂົນສົ່ງໄດ້ເປັນປະທານກອງປະຊຸມຄັ້ງທີ 21 ຂອງ ຄະນະຊີ້ນຳ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກຈາກສຳນັກງານລັດຖະບານ ກັບ 26 ແຂວງ, ນະຄອນ ທີ່ມີບັນດາໂຄງການ, ກິດຈະກຳສຳຄັນແຫ່ງຊາດ, ໂຄງການຈຸດສຸມຂະແໜງຄົມມະນາຄົມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ປັດຈຸບັນມີກ່ວາ 120 ໂຄງການ, ກິດຈະກຳຂຶ້ນກັບການຊີ້ນຳຂອງຄະນະຊີ້ນຳ ຢູ່ກ່ວາ 30 ແຂວງ, ນະຄອນຂຶ້ນກັບ 3 ຂົງເຂດທາງບົກ, ທາງອາກາດ ແລະ ທາງທະເລ. ມາຮອດປັດຈຸບັນ ຄະນະຊີ້ນຳໄດ້ຈັດກອງປະຊຸມ 20 ຄັ້ງ, ມີ 19 ໂຄງການ, ກິດຈະກຳທາງບົກກ ແລະ ທ່າອາກາດສະຍານຈຳນວນໜຶ່ງ ຂຶ້ນກັບຊີ້ນຳ ຄະນະຊີ້ນຳນຳເຂົ້າເຄື່ອນໄຫວເປັນປົກກະຕິແລ້ວ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ວັນທີ 19 ທັນວາໂດຍແມ່ນວັນຈັດຕັ້ງພິທີເລີ່ມລົງມືກໍ່ສ້າງ, ພິທີເປີດນຳໃຊ້ບັນດາໂຄງການ, ກິດຈະກຳໃຫຍ່, ເວລາຍັງເຫຼືອພຽງ 2 ເດືອນ ດັ່ງນັ້ນຕ້ອງເພີ່ມທະວີຄວາມໄວ, ບຸກທະລຸໃນການຜັນຂະຫຍາຍບັນດາໂຄງການ, ກິດຈະກຳຈຸດສຸມ.