ທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຕອບສຳພາດຕໍ່ນັກຂ່າວໃນວັນທີ 16/6/2025. (ພາບ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄທ) |
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາງນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ: ໄດ້ມີການໂອ້ລົມສົນທະນາກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ພາຍຫລັງເກີດການປະທະກັນຢູ່ເຂດຊາຍແດນເມື່ອວັນທີ 28 ພຶດສະພາ ແລະ ຢັ້ງຢືນ ສອງຝ່າຍເຫັນດີກ່ຽວກັບຄວາມປາດຖະຫນາຢາກມີສັນຕິພາບ, ຫລີກລ້ຽງການປະທະກັນ ແລະ ປົກປ້ອງປະຊາຊົນຢູ່ເຂດຊາຍແດນ. ທ່ານນາງ ແພທອງທານ ກໍ່ຢືນຢັນ: ການປະຊຸມຄະນະກຳມະການປະສົມຢູ່ເຂດຊາຍແດນ ໄທ - ກຳປູເຈຍ (JBC) ຢູ່ ພະນົມເປັນ ຜ່ານມາ ໄດ້ດຳເນີນໄປໃນບັນຍາກາດມິດຕະພາບ ແລະ ບັນລຸໄດ້ບັນດາຄວາມຄືບຫນ້າ ແລະ ເນັ້ນຫນັກເຖິງ ຄຳໝັ້ນສັນຍາຮັກສາກົນໄກສອງຝ່າຍເພື່ອແກ້ໄຂບັນດາຄວາມຂັດແຍ້ງລະຫວ່າງສອງປະເທດ.
ນັກຂ່າວ VOV ປະຈຳໄທ

