(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ) |
ທີ່ວາລະສົນທະນາຂັ້ນສູງໃນຂອບເຂດກອງປະຊຸມສຸດຍອດການດຳເນີນທຸລະກິດ ແລະ ລົງທຶນ ອາຊຽນ 2025 ຈັດຂຶ້ນໃນຕອນເຊົ້າວັນທີ 26 ຕຸລາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ເມື່ອຕອບຄຳຖາມທີ່ວ່າ ຕ້ອງເຮັດຫຍັງເພື່ອໃຫ້ ອາຊຽນ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃຫ້ສຳລັບປະຊາຄົມວິສາຫະກິດທົ່ວໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຊີ້ແຈ້ງວ່າ ສຳລັບ ອາຊຽນ, ສິ່ງທີ່ເຮັດໃຫ້ໂລກເຄົາລົບແມ່ນຫຼັກການສາມັກຄີ, ເປັນເອກະພາບ, ຈິດໃຈເຂັ້ມແຂງດ້ວຍຕົນເອງ, ຖືມະນຸດເປັນໃຈກາງ… ສະນັ້ນ, ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ຕັ້ງບົດບາດຂອງ ອາຊຽນ ໃນສະພາບການລວມຂອງໂລກ, ສົມທົບກັນລະຫວ່າງບັນດາພື້ນຖານເສດຖະກິດໃຫ້ສອດຄ່ອງກັບສະພາບການຕົວຈິງ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:
“ພວກເຮົາແມ່ນປະຊາຄົມ ອາຊຽນ ໜຶ່ງ, ແມ່ນຄອບຄົວ ອາຊຽນ ໜຶ່ງ. ແຕ່ລະປະເທດເຂັ້ມແຂງຂຶ້ນ ກໍ່ໝາຍຄວາມວ່າ ທັງກຸ່ມເຂັ້ມແຂງຂຶ້ນ. ເມື່ອກຸ່ມເຂັ້ມແຂງຂຶ້ນນັ້ນ ແຕ່ລະປະເທດກໍ່ໄດ້ຊົມໃຊ້ກຳລັງແຮງພາຍໃນກຸ່ມ. ສະນັ້ນ, ແຕ່ລະປະເທດຕ້ອງຫັນການພັດທະນາເອກະລາດ, ເປັນເຈົ້າຕົນເອງໃຫ້ເປັນຄວາມກົມກຽວ, ພ້ອມກັນນັ້ນ ກໍ່ປະກອບສ່ວນເຂົ້າໃນການພັດທະນາຂອງບັນດາປະເທດ ອາຊຽນ; ກ້າວໄປສູ່ບັນດາຂົງເຂດໃຫ້ບຸລິມະສິດພ້ອມກັບບັນດາປະເທດ ອາຊຽນ ອື່ນ, ຄື: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດປະດິດຄິດສ້າງ… ແມ່ນພື້ນຖານເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ”.

