ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ |
ຕອນບ່າຍວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຄະນະຊີ້ນຳຂອງລັດຖະບານ ເພື່ອສະຫຼຸບການປະຕິບັດມະຕິ “ບາງບັນຫາສືບຕໍ່ປ່ຽນແປງໃຫມ່”, ຊັບຊ້ອນການຈັດຕັ້ງກົງຈັກຂອງລະບົບ ການເມືອງໃຫ້ກະທັດລັດ, ເຄຶ່ອນໄຫວຢ່າງມີປະສິດທິພາບ,ປະສິດທິຜົນ” ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ການຊັບຊ້ອນ ໂຮມເຂົ້າກັນ ແລະ ການຈັດຕັ້ງກົງຈັກຕ້ອງກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ ຕິດພັນກັບການປັບປຸງໂຄງປະກອບ ແລະ ຍົກສູງຄຸນນະພາບ ຖັນແຖວພະນັກງານ, ລັດຖະກອນ,... ພິເສດ ສຳລັບຈຳນວນຜູ້ອອກແຮງງານຕາມສັນຍາຕ້ອງມີນະໂຍບາຍທີ່ເໝາະສົມ, ເພື່ອບໍ່ໃຫ້ຜູ້ອອກແຮງງານຕາມສັນຍາຖືກເສຍປຽບ.

