(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ມີຄວາມປະທັບໃຈຕໍ່ລຳໂພງທີ່ມີຮອຍລູກປືນຫຼາຍຮອຍ)

ຕອນຄ່ຳວັນທີ 12 ກັນຍາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ແວ່ຢາມຮ້ານວາງສະແດງຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ໃນງານວາງສະແດງຜົນງານປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ທີ່ຈັດຂຶ້ນຢູ່ຕາແສງ ດົງແອັງ, ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ມີຄວາມສົນໃຈໃສ່ເປັນພິເສດ ແລະ ມີຄວາມປະທັບໃຈຕໍ່ລຳໂພງທີ່ມີຮອຍລູກປືນຫຼາຍຮອຍ. ນີ້ແມ່ນລຳໂພງໄດ້ຕັ້ງຢູ່ເສັ້ນຂະໜານທີ 17, ຂ້າງຂົວ ຮ່ຽນເລືອງ ໃນຊຸມເດືອນປີທີ່ປະເທດຊາດຖືກຕັດແຍກ. ບໍ່ພຽງແຕ່ແມ່ນອຸປະກອນສື່ສານເທົ່ານັ້ນ, ລຳໂພງອັນນີ້ຍັງແມ່ນສັນຍາລັກທີ່ມີຊີວິດຊີວາຂອງການຕໍ່ສູ້ດ້ານການສື່ສານໃນສະໄໝສົງຄາມ, ສະແດງໃຫ້ເຫັນບົດບາດອັນໃຫຍ່ຫຼວງຂອງການສື່ສານປະຕິວັດໃນການຫຼໍ່ຫຼອມຄວາມໄວ້ເນື້ອເຊື່ອໃຈ, ເຈດຈຳນົງ ແລະ ນ້ຳໃຈມະຫາສາມັກຄີຂອງຊາດ.

ແຕ່ວັນທີ 28 ສິງຫາ ຮອດວັນທີ 15 ກັນຍາ, VOV ໄດ້ເປີດປະຕູໃຫ້ເຂົ້າຊົມງານວາງສະແດງແຕ່ເວລາ 9 ໂມງ - 22 ໂມງ. ຮ້ານວາງສະແດງໄດ້ຕ້ອນຮັບແຂກມາຢ້ຽມຊົມສະເລ່ຍແຕ່ 2.000 – 3.000 ເທື່ອຄົນ/ວັນ.