(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະກັບທ່ານປະທານາທິບໍດີ ບຣາຊິນ Lula da Silva) |
ຕອນເຊົ້າວັນທີ 26 ຕຸລາ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຈັດຂຶ້ນຢູ່ ກົວລາລຳເປີ, ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະ 2 ຝ່າຍກັບການນຳບັນດາປະເທດຈຳນວນໜຶ່ງ.
ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບສູ້ຊົນສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ປະກອບສ່ວນນຳວົງເງິນການຄ້າ 2 ຝ່າຍບັນລຸເປົ້າໝາຍ 20 ຕື້ USD ໂດຍໄວ. 2 ຝ່າຍກໍ່ເຫັນດີຍູ້ແຮງການເຊື່ອມຕໍ່ທ້ອງຖິ່ນຕາມທິດແທດຈິງ, ມີປະສິດທິຜົນ; ສືບຕໍ່ເຈລະຈາ, ແກ້ໄຂບັນດາຂໍ້ຄົງຄ້າງທີ່ຍັງເຫຼືອຂອງວຽກງານປັກຫຼັກໝາຍຊາຍແດນ.
ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ການາດາ Mark Carney, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ການາດາ ຈະຍູ້ແຮງການຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນຂົງເຂດການບິນ, ພະລັງງານ, ບຳລຸງສ້າງນັກຊ່ຽວຊານດ້ານເຕັກນິກນິວເຄຼຍພົນລະເຮືອນ ແລະ ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ຕື່ມອີກ.
ເມື່ອແລກປ່ຽນກັບ ທ່ານປະທານາທິບໍດີ ບຣາຊິນ Lula da Silva, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເລີ່ມເຄື່ອນໄຫວ ແລະ ສຳເລັດການເຈລະຈາສັນຍາໃຫ້ບຸລິມະສິດດ້ານການຄ້າ (PTA) ລະຫວ່າງ ຫວຽດນາມ ກັບກຸ່ມຕະຫຼາດລວມ ອາຟະລິກາໃຕ້ (MERCOSUR); ເພີ່ມທະວີການຮ່ວມມືດ້ານກະສິກຳ ບົນພື້ນຖານທ່າແຮງລວມຂອງ 2 ປະເທດ.

