ເຮືອບິນຂອງບໍລິສັດການບິນ Jeju Air ເກີດອຸບັດຕິເຫດເມື່ອລົງຈອດໃນວັນທີ 29 ທັນວາ(ພາບ: Yonhap/TTXVN)
|
ໂດຍໄດ້ຮັບຂ່າວວ່າເຮືອບິນຂອງບໍລິສັດການບິນ Jeju Air ເກີດອຸບັດຕິເຫດເມື່ອລົງຈອດໃນວັນທີ 29 ທັນວາ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານ Choi Sang Mok, ຜູ້ຮັກສາການປະທານາທິບໍດີ ສ.ເກົາຫຼີ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Woo Won Shik.
ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານ Choi Sang Mok, ຜູ້ຮັກສາການຮອງປະທານນາທິບໍດີ ສ.ເກົາຫຼີ; ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານ Choi Tae Yul, ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.
ອຸບັດຕິເຫດເຮືອບິນທີ່ຮ້າຍແຮງຂອງບໍລິສັດການບິນ Jeju Air ເກີດຂຶ້ນໃນວັນທີ 29 ທັນວາ, ເມື່ອເຮືອບິນພວມເດີນທາງຈາກ ບາງກອກ (ໄທ) ໄປຍັງ Muan ໄດ້ ພະຍາຍາມລົງຈອດແຕ່ປະສົບບັນຫາຖານລໍ້ລົງຈອດຂັດຂ້ອງຢູ່ສະໜາມບິນສາກົນ Muan (ສ.ເກົາຫຼີ). ອຸບັດຕິເຫດດັ່ງກ່າວເຮັດໃຫ້ 179 ຄົນເສຍຊີວິດ ແລະ 2 ຄົນຮັບບາດເຈັບ.

