ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN) |
ໃນນັ້ນ, ໄດ້ປຶກສາຫາລືບັນດາວິທີຊຸກຍູ້ຄວາມຄືບໜ້າຂອງບັນດາໂຄງການຮ່ວມມືກັບ ລາວ ແລະ ກໍາປູເຈຍ ໃນປີ 2019, ເຊິ່ງໄດ້ບັນລຸໝາກຜົນທີ່ແທດຈິງ, ມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ. ການຮ່ວມມືລະຫວ່່າງ ຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນ 8 ເດືອນຕົ້ນປີ 2019 ໄດ້ເພິ່່ມຂຶ້ນ 15%, ຄາດວ່າ ທັງປີ ຈະບັນລຸ ແລະ ລື່ນກາຍຄາດໝາຍທີ່ໄດ້ວາງອອກ. ການຮ່ວມມືລົງທຶນ, ພະນັກງານ, ຄົມມະນາຄົມ, ການສຶກສາ, ການບໍາລຸງສ້າງ, ວັດທະນະທໍາ... ກໍບັນລຸບັນດາໝາກຜົນທີ່ຕັ້ງໜ້າ. ຕາມແຜນການແລ້ວ, ນາຍົກລັດຖະມົນຕີລາວ ແລະ ນາຍົກລັດຖະມົນຕີກໍາປູເຈຍ ຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນເດືອນ ຕຸລາ ນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

