(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ)

ໃນໂທລະເລກທາງການກ່ຽວກັບການສຸມໃສ່ວຽກງານປ້ອງກັນ, ຕ້ານໄພນໍ້າຖ້ວມ, ນໍ້າແກ່ງ, ດິນເຊາະເຈື່ອນຢູ່ ພາກເໜືອ ທີ່ໄດ້ປະກາດ ໃນວັນທີ 07 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ທ້ອງຖິ່ນ ໃນເຂດທີ່ໄດ້ຮັບຜົນກະທົບ ເອົາໃຈໃສ່ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ ຈັດຕັ້ງຢ່າງຮີບດ່ວນບັນດາວິທີການແກ້ໄຂຢ່າງຮີບດ່ວນ ໃນການປ້ອງກັນ, ຕ້ານໄພນໍ້າຖ້ວມ, ສຸມໃສ່ກວດຄືນຢ່າງລະອຽດບັນດາເຂດທີ່ນໍ້າຖ້ວມເລິກ, ເຂດທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນໍ້າແກ່ງ ເພື່ອເປັນເຈົ້າການໃນການຍົກຍ້າຍປະຊາຊົນ (ໂດຍສະເພາະແມ່ນ ຜູ້ເຖົ້າ, ເດັກນ້ອຍ) ອອກຈາກບັນດາເຂດອັນຕະລາຍ, ຮັບປະກັນຄວາມປອດໄພໃຫ້ປະຊາຊົນແມ່ນສຳຄັນທີ່ສຸດ ແລະ ເໜືອກວ່າສິ່ງໃດໝົດ. ທ່ານນາຍົກຕັດສິນໃຈຊີ້ນຳ ດ້ວຍທຸກວິການເຂົ້າໃກ້ກັບບັນດາບ່ອນທີ່ນໍ້າຖ້ວມເລິກ, ຖືກຕັດຂາດ ເພື່ອຊ່ວຍເຫຼືອສະບຽງອາຫານ, ບັນດາຄອບຄົວຢ່າງທັນການ ບໍ່ປະໃຫ້ປະຊາຊົນຖືກອຶດຫິວຢ່າງເດັດຂາດ.