ທ່ານນາງ Sushila Karki, ນາຍົກລັດຖະມົນຕີຊົ່ວຄາວ ເນປານ
(ພາບ: PTI)

ວັນທີ 14 ກັນຍາ, ໃນບົດກ່າວປາໄສຕໍ່ມະຫາຊົນ, ທ່ານນາງ Sushila Karki, ນາຍົກລັດຖະມົນຕີຊົ່ວຄາວ ເນປານ, ໄດ້ຍົກອອກບັນດາບຸລິມະສິດການກະທຳບໍລິຫານປະເທດຊາດຂອງຕົນໃນໄລຍະ 6 ເດືອນທີ່ຈະມາເຖິງນີ້. ໃນນັ້ນ, ລັດຖະບານຊົ່ວຄາວໂດຍທ່ານນາງ Sushila Karki ນຳໜ້າ ຈະສຸມໃສ່ຄວາມສາມັກຄີ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກການຜັນແປດ້ານການເມືອງທີ່ຜ່ານມາ, ສ້າງສາ ແລະ ຮັກສາເສດຖະກິດໃຫ້ເປັນປົກກະຕິ.

ທ່ານນນາງ Sushila Karki ເນັ້ນໜັກວ່າ ຄະນະລັດຖະບານຂ້າມຜ່ານພຽງແຕ່ກຳອຳນາດຄຸ້ມຄອງບໍລິຫານປະເທດໃນຮອບເວລາ 6 ເດືອນ, ຫຼັງຈາກນັ້ນຈະມອບສິດອຳນາດໃຫ້ສະພາແຫ່ງຊາດໃໝ່ທີ່ໄດ້ເລືອກຕັ້ງໃນເດືອນ ມີນາ 2026. ທ່ານກໍ່ໃຫ້ຮູ້ວ່າ ຈະເປີດການສືບສວນບັນດາການກະທຳທຳລາຍ ແລະ ໃຊ້ຄວາມຮຸນແຮງໃນຊຸມມື້ຜ່ານມາຢ່າງຮອບດ້ານ. ສິ້ນສຸດບົດກ່າວປາໄສ, ທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ເນປານ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຮ່ວມແຮງຮ່ວມໃຈສ້າງ ເນປານ ຂຶ້ນຄືນໃໝ່.