ການຖະແຫຼງຂ່າວ (ພາບ: baodautu.vn) |
ງານບຸນ ເຝີ ຫວຽດນາມ - Vietnam ເຝີ Festival 2025 ຈະດຳເນີນໃນລະຫວ່າງວັນທີ 18 – 19 ຕຸລາ ຢູ່ສູນ Our Tampines Hub, ສິງກະໂປ. ເຫດການດັ່ງກ່າວໂດຍສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ໜັງສືພິມ ຕວຍແຈ໋ (ໄວໜຸ່ມ) ແລະ Saigontourist Group ສົມທົບກັນຈັດຂຶ້ນ. ດ້ວຍສານທີ່ວ່າ “ເຝີ - Enjoying together, growing together”, ງານບຸນດັ່ງກ່າວ ບໍ່ພຽງແຕ່ເຊື້ອເຊີນເພື່ອນມິດສາກົນຊິມອາຫານທີ່ມີຊື່ສຽງຂອງ ຫວຽດນາມ ເຊິ່ງ CNN ເຄີຍຈັດເຂົ້າກຸ່ມ “ ອາຫານ 50 ເຍື່ອງທີ່ຄວນຊິມໃນໂລກ” ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງຄວາມຜູກພັນໃນປະຊາຄົມ, ເປີດໂອກາດຮ່ວມມືໃໝ່ກ່ຽວກັບການທ່ອງທ່ຽວ, ການຄ້າ ແລະ ການລົງທຶນສອງຝ່າຍ.
ຢູ່ສູນ Our Tampines Hub, ປະຊາຊົນ ສິງກະໂປ ແລະ ແຂກທ່ອງທ່ຽວ ຈະໄດ້ຊິມລົດຊາດຂອງເຝີ ຫວຽດນາມ ໂດຍນັກສິລະປະການ ແລະ ພໍ່ຄົວຂອງໂຮງແຮມ 5 ດາວ ໃນລະບົບ Saigontourist Group ພ້ອມກັບບັນດາເຄື່ອງໝາຍການຄ້າ ເຝີທີ່ມີສື່ສຽງ, ເຊັ່ນ: ເຝີ ຖິ່ນ ແຄມໜອງຮວ່ານກຽມ, ເຝີ ຝູຢາ, ເຝີ ເວື້ອງ… ປຸງແຕ່ງຢູ່ກັບບ່ອນ.

