ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແຄ້ງຮວ່າຄັ້ງທີ 1 ອາຍຸການ 2025 – 2030 (ພາບ: VOV) |
ນຳແຂວງແຄງຮ່ວາກາຍເປັນຂົ້ວເຕີບໂຕຍຸດທະສາດຂອງປະເທດຊາດ ນັ້ນແມ່ນຄຳຊີ້ນຳຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢູ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແຄ້ງຮວ່າຄັ້ງທີ 1, ອາຍຸການ 2025 – 2030, ໃນຕອນເຊົ້າວັນທີ 22 ກັນຍາ ຢູ່ແຂວງ ແຄ້ງຮວ່າ.
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເນັ້ນໜັ້ກວ່າ ກອງປະຊຸມຕ້ອງຢັ້ງຢືນຄວາມຕັດສິນໃຈນຳແຄ້ງຮ່ວາ ກາຍເປັນຂົ້ວເຕີບໂຕຍຸດທະສາດຂອງປະເທດຊາດ, ກາຍເປັນນະຄອນຂຶ້ນກັບສູນກາງ, ສູນກາງເສດຖະກິດດີເດັ່ນທັນສະໄໝ. ພ້ອມທັງຢັ້ງຢືນ້ເປົ້າໝາຍຮອດປີ 2030, ລະດັບການເຕີບໂຕ GRDP ສະເລ່ຍ 11 – 12%/ປີ, GRDP ສະເລ່ຍຕໍ່ຫົວຄົນຂຶ້ນກັບກຸ່ມ 10 ທ້ອງຖິ່ນສູງທີ່ສຸດໃນທົ່ວປະເທດ. ທ່ານປະທານສະພາແຫ່ງຊາດ ສະເໜີແຂວງແຄ້ງຮ່ວາສົມທົບກັບການພັດທະນາເສດຖະກິດກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ການປົກປັກຮັກສາອະທິປະໄຕແຫ່ງຊາດ, ເອົາໃຈໃສ່ເຖິງການເຄື່ອນໄຫວທາງການທູດ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ.
ກອງປະຊຸມຕີລາຄາ, ສະຫຼຸບການປະຕິບັດມະຕິຂອງກອງປະຊຸມໃຫຍ່ອົງຄະນະພັກອາຍຸການ 2020 – 2025 ຂອງສອງແຂວງ ແຄ້ງຮ່ວາ ແລະ ນິງທ້ວນໃນເມື່ອກ່ອນ, ວາງອອກເປົ້າໝາຍ, ໜ້າທີ່, ວິທີການສ້າງແຂວງແຄ້ງຮ່ວາຍົກລະດັບການພັດທະນາໃນອາຍຸການໃໝ່ 2025 – 2030 ແລະ ຊຸມປີຕໍ່ໄປ.

