ນັກຮຽນຢູ່ຕາແສງ ເຊີນຕິງ
(ພາບ: TTXVN)

ເນື່ອງໃນໂອກາດບຸນເຕັດປີ ມະເສັງ 2025, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຈັດການເຄື່ອນໄຫວເບິ່ງແຍງດູແລ, ໜູນຊ່ວຍໃຫ້ເດັກທຸກຍາກຢູ່ເຂດພູດອຍ, ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ຫຼາຍທ້ອງຖິ່ນ.

ຢູ່ຕາແສງ ເຊີນຕິງ, ເມືອງເຂດພູດອຍ ເຊີນໄຕ (ແຂວງ ກວາງງ້າຍ), ວາລະສານທ່ອງທ່ຽວນະຄອນ ໂຮ່ຈີມິນ, ທະນາຄານ Vietcombank ສາຂາ ກວາງງ້າຍ, ພ້ອມກັບບັນດາຫົວໜ່ວຍອຸປະຖຳໄດ້ຈັດລາຍການ “ບຸນເຕັດແຫ່ງຄວາມອົບອຸ່ນ ເພື່ອເດັກທຸກຍາກເຂດພູສູງ”. ຄະນະຈັດຕັ້ງໄດ້ມອບຂອງຂວັນ 250 ພູດໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນຕາແສງ ເຊີນຕິງ. ພ້ອມກັນນັ້ນ, ບັນດາທ່ານໝໍ, ແພດໝໍໂຮງໝໍແມ່ ແລະ ເດັກແຂວງ ກວາງງ້າຍ ໄດ້ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ນັກຮຽນກວ່າ 250 ນ້ອງໃນບໍລິເວນແຂວງ.

ຢູ່ໂຮງຮຽນປະຖົມ ຈ່ຽງງ່າມ, ຕາແສງ ຈ່ຽງງ່າມ, ເມືອງ ທ້ວນເຈົາ, ສະມາຄົມຊາວໜຸ່ມ ຫວຽດນາມ, ສະມາຄົມນັກສຶກສາ ຫວຽດນາມ, ຄະນະຊາວໜຸ່ມແຂວງ, ໄດ້ມອບຂອງວັນ 400 ພູດ, ລວມມີ: ເຂົ້າໜົມ, ປື້ມຂຽນ, ບິກ… ໃຫ້ແກ່ນັກຮຽນຂອງໂຮງຮຽນ. ຄະນະຊາວໜຸ່ມແຂວງ ເຊີນລາ ກໍ່ໄດ້ມອບທຶນການສຶກສາ 10 ທຶນໃຫ້ແກ່ນັກຮຽນຜ່ານຜ່າຄວາມຫຍຸ້ງຍາກແຕ່ຮຽນເກັ່ງ.

ຢູ່ແຂວງ ດັກລັກ, ວັນທີ 09 ມັງກອນ, ສະພາກາແດງແຂວງ ໄດ້ປຸກລະດົມຂະບວນການ “ບຸນເຕັດແຫ່ງຄວາມເມດຕາປານີ” ລະດູບານໃໝ່ປີ ມະເສັງ 2025. ສະພາກາແດງແຂວງ ດັກລັກ ໄດ້ມອບຂອງຂວັນບຸນເຕັດ 600 ພູດໃຫ້ແກ່ບັນດາຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ບວນມາທວດ.