ວັນທີ 17 ກັນຍາ, ລັດຖະບານ ອັງກິດ ໃຫ້ຮູ້ວ່າການຢ້ຽມຢາມທາງລັດຖະກິດຂອງ ທ່ານປະທານາທິບໍດີ ອາເມລິກາ ໄດ້ດຶງດູດເງິນລົງທຶນເປັນຈຳ(ປະມານ 204,8 ຕື້ USD)ເຂົ້າປະເທດນີ້, ລວມມີທັງບັນດາຄຳໝັ້ນສັນຍາໃໝ່ ແລະ ຄຳໝັ້ນສັນຍາໄດ້ຮັບການປະກາດກ່ອນນັ້ນແລ້ວ. ນີ້ແມ່ນບ້ວງເງິນລົງທຶນທາງການຄ້າເຂົ້າອັງກິດ ໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ທີ່ຕິດພັນກັບການຢ້ຽມຢາມທາງລັດຖະກິດ. ໃນບັນດາບ້ວງເງິນລົງທຶນໃຫຍ່ມີຄຳໝັ້ນສັນຍາໄລຍະຍາວນານທີ່ມີມູນຄ່າປະມານ 136 ຕື້ USD ຂອງກຸ່ມບໍລິສັດຫຸ້ນສ່ວນເອກະຊົນ Blackstone, ພ້ອມກັບບ້ວງເງິນລົງທຶນ ປະມານ 5,3 ຕື້ USD ຈາກ Prologis ສະຫງວນໃຫ້ແກ່ຂົງເຂດວິທະຍາສາດກ່ຽວກັບຊີວິດ ແລະ ການຜະລິດທີ່ກ້າວໜ້າ.
ລັດຖະບານ ອັງກິດເນັ້ນໜັ້ກວ່າ ບັນດາຄຳໝັ້ນສັນຍາ ລົງທຶນດັ່ງກ່າວຈະສ້າງ ວຽກເຮັດງານທຳໃໝ່ປະມານ 7.600 ວຽກ, ພ້ອມທັງຢັ້ງຢືນການຕ້ອນຮັບທ່ານປະທານາທິບໍດີ Trump ເປັນສອງຄັ້ງ ໃນໄລຍະເວລາ ພຽງແຕ່ສັ້ນໆ ຈະນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດຢ່າງແທ້ຈິງ.
