ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ທີ່ພິທີໄຂ (ພາບ: VGP)

ວັນທີ 19 ກັນຍາ, ຢູ່ສູນວາງສະແດງ ແລະ ການຄ້າສາກົນ ມາເລເຊຍ, ໃນຂອບເຂດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46 ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ພັນລະຍາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມພິທີໄຂ ກອງປະຊຸມຄົບຄະນະ Halal ທົ່ວໂລກ (GHAS 2025).

ໃນພິທີໄຂ GHAS 2025, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນ ຫວຽດນາມ ຖືການພັດທະນາຂະແໜງ Halal ແມ່ນທິດກ້າວເດີນໃໝ່, ສຳຄັນເພື່ອຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່. ຫວຽດນາມ ຊຸກຍູ້ການເຈລະຈາ, ລົງເຊັນ ແລະ ຮັບຮອງເຊິ່ງກັນ ແລະ ກັນກ່ຽວກັບໃບຢັ້ງຢືນ Halal; ເພີ່ມທະວີການລົງທຶນເຂົ້າບັນດາຂົງເຂດ Halal ຄື ກະສິກຳ, ການທ່ອງທ່ຽວ, ການຢາ….; ອຳນວຍຄວາມສະດວກໃນການອອກໃບຢັ້ງຢືນ Halal ໃຫ້ແກ່ຜະລິດຕະພັນ ຫວຽດນາມ ເພື່ອເຂົ້າຮ່ວມລະບົບສະໜອງທົ່ວໂລກ; ແບ່ງປັນບົດຮຽນ, ໜູນຊ່ວຍການນິຕິກຳ, ເຕັກນິກ, ການກໍ່ສ້າງ ແລະ ບຸກຄະລາກອນມະນຸດຮັບໃຊ້ຂະແໜງ Halal; ໜູນຊ່ວຍກັນໂຄສະນາ, ສົ່ງເສີມຜະລິດຕະພັນ, ການບໍລິການ ຫວຽດນາມ ຢູ່ຕະຫຼາດ Halal ທົ່ວໂລກ.