ຄະນະຈັດຕັ້ງມອບຂອງຂວັນໃຫ້ແກ່ສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການແຂ່ງຂັນກິລາ (ພາບ: TTXVN)
|
ນັບແຕ່ວັນທີ 5 – 15 ທັນວາ, ຄະນະພັກບັນດາອົງການຕາງໜ້າຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດງານແຂ່ງຂັນກິລາເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944-22/12/2024) ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22/12/1989-22/12/2024).
ງານແຂ່ງຂັນມີການເຂົ້າຮ່ວມຂອງພະນັກງານ, ລັດຖະກອນ, ພາລະກອນ, ສະມາຊິກພັກ, ມະຫາຊົນເກືອບ 80 ຄົນຂຶ້ນກັບອົງຄະນະພັກບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ກຳປູເຈຍ. ບັນດາພະນັກງານ, ສະມາຊິກພັກ ໄດ້ເຂົ້າຮ່ວມການແຂ່ງຂັນກິລາ 3 ເນື້ອໃນນັ້ນແມ່ນ ຕີດອກປີກໄກ, tennis ແລະ Ouk Chatrang. ເປົ້າໝາຍຂອງງານແຂ່ງຂັນແມ່ນສົ່ງເສີມພະນັກງານ, ສະມາຊິກພັກ ຂຶ້ນກັບອົງຄະນະພັກ ຫວຽດນາມ ປະຈຳ ກຳປູເຈຍມີຄວາມຫ້າວຫັນໃນການຝືກແອບອອກກຳລັງກາຍຫຼິ້ນກິລາ, ຍົກສູງສຸຂະພາບເພື່ອປະຕິບັດສຳເລັດທຸກໜ້າທີ່ໂດຍພັກ, ລັດ ແລະ ສຳນັກງານມອບໝາຍໃຫ້ຢູ່ທ້ອງຖິ່ນ.
ໃນຊຸມວັນຜ່ານມາ, ຫ້ອງການທີ່ປຶກສາດ້ານປ້ອງກັນຊາດຫວຽດນາມ ກໍ່ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມໝາຍຄື: ຈັດຕັ້ງການພົບປະ, ຢຶ້ຢາມຖາມຂ່າວ, ພົບປະກັບພະນັກງານອາວຸໂສ, ປຸກລະດົມການສອບເສັງຊອກຮູ້ກ່ຽວກັບຫົວຂໍ້ ກອງທັບປະຊາຊົນຫວຽດນາມ ແລະ ພື້ນຖານທົ່ວປວງຊົນປ້ອງກັນຊາດ, ຈັດຕັ້ງການພົບປະແລກປ່ຽນແຂ່ງຂັນກິລາ ກັບກະຊວງປ້ອງກັນປະເທດ ກຳປູເຈຍ, ພົບປະແລກປ່ຽນລະຫວ່າງຄະນະນັກຮຽນການທະຫານ ຫວຽດນາມ ກັບນັກຮຽນຕ່າງປະເທດຢູ່ກຳປູເຈຍ…

