ທ່ານ ພົນໂທ ຮວ່າງຊວັນຈຽນ ມອບຂອງຂວັນໃຫ້ແກ່ກອງທັບ ຈີນ, ລັດເຊຍ, ລາວ ແລະ ກຳປູເຈຍ (ພາບ: qdnd.vn) |
ຕໍ່ຜົນສຳເລັດຂອງການເຂົ້າຮ່ວມພິທີເດີນສວນສະໜາມ ກ້ອນກຳລັງຂອງກອງທັບ ຈີນ - ລັດເຊຍ - ລາວ - ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງໄຊຊະນະການປະຕິວັດເດືອນສິງຫາ (19/8/1945 - 19/8/2025) ແລະ ວັນຊາດ ສສ. ຫວຽດນາມ (2/9/1945 - 2/9/2025). ທ່ານພົນໂທ ຮວ່າງຊວັນຈຽນ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານງານລ້ຽງ.
ກ່າວຄຳເຫັນທີ່ງານລ້ຽງ, ທ່ານ ພົນໂທ ຮວ່າງຊວັນຈຽນ ສະແດງຄວາມຂອບອົກຂອບໃຈຕໍ່ການເຂົ້າຮ່ວມຂອງບັນດາຄະນະຜູ້ແທນກະຊວງປ້ອງກັນປະເທດ ບັນດາປະເທດ, ກໍ່ຄືບັນດາກ້ອນກຳລັງບັນດາປະເທດທີ່ເຂົ້າຮ່ວມພິທີເດີນສວນສະໜາມ ປະກອບສ່ວນເຂົ້າຜົນສຳເລັດຂອງພິທີສະເຫຼີມສະຫຼອງ, ທ່ານເນັ້ນໜັກວ່າ ສິ່ງນັ້ນໄດ້ຢັ້ງຢືນນ້ຳໃຈສາມັກຄີ, ມິດຕະພາບ, ການສະໜິດຕິດພັນລະຫວ່າງປະຊາຊົນ ແລະ ກອງທັບປະຊາຊົນ ຫວຽດນາມ ກັບກອງທັບບັນດາປະເທດ.
ໂດຍຕາງໜ້າບັນດາຄະນະເຂົ້າຮ່ວມງານລ້ຽງ, ທ່ານພັນເອກ ພູເງິນ ພົມເມືອງ ຫົວໜ້າກົມອົບຮົບ, ກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ ໄດ້ສະແດງຄວາມປະທັບໃຈຕໍ່ກັບປະເທດ ຫວຽດນາມ ທີ່ສວຍງາມ, ຊາວ ຫວຽດນາມ ມີຄວາມສຸດຈິດສຸດໃຈ, ເປັນມິດ ແລະ ຮັກແພງແຂກຄົນ, ທ່ານເຊື່ອໝັ້ນວ່າ ກອງທັບປະຊາຊົນ ຫວຽດນາມ ຈະມີການພັດທະນາ ແລະ ເຕີບໂຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

