(ພາບ: VOV) |
ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 24 ຈະຈັດຂຶ້ນແຕ່ວັນທີ 21-25 ພະຈິກປີ 2025 ຢູ່ນະຄອນ ໂຮ່ຈິມິນ ດ້ວຍຫົວຂໍ້ “ຮູບເງົາ ຫວຽດນາມ-ພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບໂລກໃນສັງກາດໃໝ່”
ຄາດວ່າ, ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງນີ້ ຈະມີການເຂົ້າຮ່ວມຂອງຜູ້ແທນ 1000 ທ່ານ ຊື່ງແມ່ນງານມະໂຫລານທີ່ມີຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ ແລະ ຜູ້ເຂົ້າຊົມບໍ່ຕ້ອງເສຍຄ່າ. ມີ 4 ປະເພດຟິມເຂົ້າຮ່ວມງານປະກວດຄື: ຟິມຮູບເງົາ, ຟິມເອກະສານ, ຟິມວິທະຍາສາດ ແລະ ໜັງກະຕຸນ. ທ່ານ ດັ້ງເຈິ່ນເກື່ອງ, ຫົວໜ້າກົມຮູບເງົາ ຫວຽດນາມ ໃຫ້ຮູ້ວ່າ:
ປີນີ້ມີ 2 ລາງວັນໃໝ່ຕື່ມອີກ. ລາງວັນທີ 1 ແມ່ນເຊີດຊູບັນດາສ່ວນບຸກຄົນທີ່ເປັນຄົນ ຫວຽດນາມ ໄດ້ປະກອບສ່ວນໃຫ້ແກ່ຂະແໜງຮູບເງົາ ແລະ ລາງວັນທີ 2 ແມ່ນເຊີດຊູບັນດາສ່ວນບຸກຄົນທີ່ເປັນຊາວຕ່າງປະເທດ ໄດ້ປະກອບສ່ວນໃຫ້ແກ່ຂະແໜງຮູບເງົາ ຫວຽດນາມ.

