ງານວາງສະແດງ “ພົນເອກ ຫງວຽນຈີແທັງ ກັບການປະຕິວັດພາກໃຕ້” (ພາບ: VOV5) |
ເນື່ອງໃນໂອກາດສະເຫຼີມສະຫລອງ 111 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກ ຫງວຽນຈີແທັງ (1/1/1914 – 1/1/2025), ວັນທີ 1 ມັງກອນ, ຢູ່ຫໍພິພິທະພັນ ພົນເອກ ຫງວຽນຈີແທັງ ທີ່ນະຄອນຫຼວງ ຮ່າໂນ້ຍ, ໄດ້ຈັດງານວາງສະແດງ “ພົນເອກ ຫງວຽນຈີແທັງ ກັບການປະຕິວັດພາກໃຕ້”. ງານວາງສະແດງໄດ້ແນະນຳເອກະສານ, ພາບຖ່າຍກ່ວາ 150 ແຜ່ນທີ່ສະແດງຜ່ານ 5 ເນື້ອໃນ: ສະພາບການປະຕິວັດສອງພາກ ເໜືອ - ໃຕ້ພາຍຫຼັງສົນທິສັນຍາ ເຊີແນວປີ 1954, ເສັ້ນທາງເຂົ້າພາກໃຕ້ຂອງທ່ານພົນເອກ ຫງວຽນຈີແທັງ, ບັນດາການຊີ້ນຳ, ການກຳນົດທິດຂອງທ່ານພົນເອກ ຫງວຽນຈີແທັງ ໃນສະໜາມຮົບ, ບັນດາບັ້ນຮົບໃຫຍ່ທີ່ມີຂີດໝາຍຂອງທ່ານພົນເອກ ແລະ ພາກສຸດທ້າຍ ແມ່ນບາດກ້າວເດີນຕໍ່ໄປ. ໃນໂອກາດນີ້, ຫໍພິພິທະພັນພົນເອກ ຫງວຽນຈີແທັງໄດ້ຈັດຕັ້ງການໂອ້ລົມສົນທະນາແນະນຳຜົນງານ “ການເດີນທາງເພື່ອສັນຕິພາບ” ໂດຍທ່ານພົນໂທ, ສາດສະດາຈານ, ປ.ອ ຫງວຽນຈີວິ້ງ (ລູກຊາຍພົນເອກ ຫງວຽນຈີແທັງ) ຮຽບຮຽງ, ຖັນແຖວນັກຊ່ຽວຊານ, ທີ່ປືກສາພ້ອມກັບຄອບຄົວ ແລະ ສຳນັກພິມຈຳໜ່າຍກອງທັບພິມພາບ.

