ລາຍການສະແດງສິລະປະ ຢູ່ງານບຸນລະດູໃບໄມ້ຫຼົ່ນ ຮ່າໂນ້ຍ (ພາບ: VOV5) |
ຕອນຄ່ຳວັນທີ 23 ພະຈິກ, ພິທີປິດງານບຸນລະດູໃບໄມ້ຫຼົ່ນຮ່າໂນ້ຍ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ ຖະໜົນຍ່າງ ເຈີ່ນເຍິນຕົງ (ຮ່າໂນ້ຍ), ໄດ້ປິດກິດຈະກຳເຄື່ອນໄຫວທີ່ເຕັມໄປດ້ວຍຄວາມ ຕື້ນຕັນໃຈ “ລະດູໃບໄມ້ຫຼົ່ນຮ່າໂນ້ຍ - ລະດູໃບໄມ້ຫຼົ່ນແຫ່ງຄວາມຊົງຈຳ”. ໃນໄລຍະ 3 ວັນ, ບັນດາສະຖານທີ່ສຳຜັດຕົວຈິງຄື “ສີສັນລະດູໃບໄມ້ຫຼົ່ນ”, “ລົດຊາດແຫ່ງຄວາມຊົງຈຳ”, “ຮ່າໂນ້ຍ - ຈັງຫວະຊີວິດ ຂອງໄວໜຸ່ມ” ພ້ອມກັບງານວາງສະແດງຮູບພາບ ແລະ ລາຍການສະແດງລວມໝູ່...ໄດ້ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍກ່ວາ 50.000 ເທື່ອຄົນ, ສ້າງຮູບພາບຄວາມມີຊີວິດຊີວາກ່ຽວກັບການທ່ອງທ່ຽວລະດູໃບໄມ້ຫຼົ່ນຮ່າໂນ້ຍ. ຖະໜົນຍ່າງ ເຈີ່ນເຍິນຕົງ ແລະ ສວນສາທາລະນະ ຖົງເຍິດ ກາຍເປັນສູນລວມໃຫ້ໄດ້ສຳຜັດ ຕົວຈິງກັບຫຼາຍໆງານວາງສະແດງສິນຄ້າການທ່ອງທ່ຽວ, ຫັດຖະກຳສິລະປະກຳ,ອາຫານພື້ນ ເມືອງ ແລະ ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ. ສະຖານທີ່ວາງສະແດງ “ຮ່າໂນ້ຍ-ລະດູໃບໄມ້ຫຼົ່ນທີ່ເບິ່ງຈາກກ້ອງຖ່າຍ”ໄດ້ດຶງດູດຄວາມສົນໃຈຂອງແຂກມາຢ້ຽມ ຊົມດ້ວຍຮູບພາບສິລະປະນັບຮ້ອຍແຜ່ນ, ເອກະສານອັນລ້ຳຄ່າກ່ຽວກັບຮ່າໂນ້ຍໃນອະດີດ ແລະ ໃນປະຈຸບັນ. ເຂດອາຫານ“ລົດຊາດແຫ່ງຄວາມຊົງຈຳ”ໄດ້ມີບັນດາເຍື້ອງອາຫານແຊບນົວຫຼາຍຢ່າງ ທີ່ຕິດພັນກັບລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ. ບັນດາລາຍການສິລະປະເຊັ່ນ: “ສີສັນລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ”, ຫຼື ກິດຈະກຳຂອງເດັກນ້ອຍ “ຄວາມຝັນໃນລະດູໃບໄມ້ ຫຼົ່ນຂອງນ້ອງ” ໄດ້ນຳມາເຊິ່ງບັນຍາກາດອັນເຕັມໄປດ້ວຍສີສັນວັດທະນາທຳຫຼາກຫຼາຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

