ຄະນະຜູ້ແທນເລາະຊົມຮູບພາບທີ່ງານວາງສະແດງ

(ພາບ: nhandan.com.vn)

ສໍາລັບຫົວເລື່ອງ “ນໍ້າໃຈມິດຕະພາບ ຫວຽດນາມ - ລາວ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ” ໄດ້ວາງສະແດງຮູບພາບ ກວ່າ 160 ແຜ່ນ ແລະບົດຂຽນ ກ່ຽວກັບການພົວພັນທີ່ສະໜິດແໜ້ນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ນັບແຕ່ຊຸມວັນເດືອນປີ ຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ມາຮອດປັດຈຸບັນ. ສ່ວນຫົວເລື່ອງ “ສອງເອື້ອຍນ້ອງ - ສອງແນວຮົບ” ໄດ້ວາງສະແດງບັນດາຮູບພາບ ແລະ ບົດຂຽນກ່ຽວກັບແມ່ຍິງຫວຽດນາມ ໃນຊຸມວັນເດືອນປີ ຕໍ່ຕ້ານ ຢ່າງດຸເດືອດ.

ງານວາງສະແດງ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 73 ປີ ແຫ່່ງການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 02 ກັນຍາ, ສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ, ສະເຫຼີມສະຫຼອງ 56 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 41 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຮ່ວມມືຫວຽດນາມ - ລາວ.

ງານວາງສະແດງ ຈະສິ້ນສຸດລົງໃນວັນທີ 30 ຕຸລາ.