ງານວາງສະແດງຮູບພາບ 300 ແຜ່ນ ແລະ ຮູບເງົາເກືອບ 60 ເລື່ອງກ່ຽວກັບບັນດາຊົນເຜົ່າໃນປະຊາຄົມ ອາຊຽນ |
ງານວາງສະແດງນີ້ ຈະແກ່ຍາວໄປຮອດວັນທີ 28 ຕຸລາ, ແນະນຳໃຫ້ມະຫາຊົນກ່ຽວກັບຄວາມງາມຂອງປະເທດຊາດ, ປະຊາຊົນໃນປະຊາຄົມ ອາຊຽນ, ບັນດາບັນຫາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຊົນເຜົ່າຕ່າງໆໃນປະຊາຄົມ ອາຊຽນ. ງານວາງສະແດງໄດ້ແນະນຳຮູບພາບປະມານ 300 ແຜ່ນ ແລະ ຮູບເງົາສາລະຄະດີ - ເອກະສານເກືອບ 60 ເລື່ອງ ທີ່ຍາດໄດ້ລາງວັນ ຫຼື ໄດ້ເຂົ້າຮອບຄັດເລືອກຂອງບັນດາງານມະໂຫລານສາກົນກ່ຽວກັບຮູບພາບ ແລະ ຮູບເງົາສາລະຄະດີ - ເອກະສານ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຈັດຕັ້ງໃນຊຸມປີມໍ່ໆມານີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

