ຕອນບ່າຍວັນທີ 3 ເມສາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງສາກົນ (ຄະນະຊີ້ນຳ) ເປັນປະທານກອງປະຊຸມຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ກັບຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ.
ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເຊື່ອມຊຶມຢ່າງເລິກເຊິ່ງ, ປ່ຽນແປງຈິນຕະນາການ, ຄວາມຮັບຮູ້ ແລະ ການກະທຳດ້ານການຕ່າງປະເທດ ແລະ ເຊື່ອມໂຍງສາກົນໃນສະພາບການໃໝ່. ຕາມນັ້ນແລ້ວ, ການເຄື່ອນໄຫວດ້ານການຕ່າງປະເທດ, ການເຊື່ອມໂຍງສາກົນ ຕ້ອງຕິດແທດກັບຄວາມຮຽກຮ້ອງພັດທະນາປະເທດຊາດ, ປະກອບສ່ວນໂດຍກົງເຂົ້າໃນເປົ້າໝາຍການເຕີບໂຕບັນລຸລະດັບສອງຕົວເລກ, ໃນນັ້ນ ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນຢ່າງມີປະສິດທິຜົນ, ແທ້ຈິງ; ຍູ້ແຮງການທູດພະລັງງານ, ເຕັກໂນໂລຢີສູງ…
ການທູດ ແລະ ການເຊື່ອມໂຍງສາກົນຕ້ອງສ້າງສະຖານະການ, ສະພາບແວດລ້ອມທີ່ສະດວກເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດບຸກບືນ, ສວມບົດບາດສ້າງສັນ, ເປັນກຳລັງໜູນ, ເປີດກາລະໂອກາດໃໝ່ໃຫ້ແກ່ປະເທດຊາດພັດທະນາ, ປະກອບສ່ວນໂດຍກົງເຂົ້າເປົ້າໝາຍການເຕີບໂຕຢູ່ລະດັບສອງຕົວເລກ; ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດໃນສະພາບການທີ່ການເມືອງໂລກສັບສົນໃນປັດຈຸບັນ, ບໍ່ພຽງແຕ່ເດີນຕາມທັນ, ໄປພ້ອມກັນ ຫາກຍັງຕ້ອງກາຍຂຶ້ນນຳພາ, ພ້ອມກັນນັ້ນ ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນຕ້ອງປະກອບສ່ວນເຂົ້າໃນການປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
