ວັນທີ 3 ເມສາ, ທ່ານ Ito Naoki ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ພ້ອມກັບ ຜູ້ຕາງໜ້າ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ອົງການ ອາຫານ ແລະ ການກະເສດ ສປຊ (FAO) ໄດ້ມີການເຮັດວຽກຢູ່ແຂວງ ຮ່າຕິງ ເພື່ອສຳຫຼວດກວດຄືນຄວາມຄືບໜ້າໃນການຜັນຂະຫຍາຍໂຄງການເພີ່ມທະວີກຳລັງແຮງໃນການປະຕິບັດຂໍ້ລິເລີ່ມ ສຸຂະພາບໜຶ່ງດຽວ ຢູ່ 4 ແຂວງເຂດຊາຍແດນຂອງ ຫວຽດນາມ.
ໂຄງການໂດຍລັດຖະບານ ຍີ່ປຸ່ນ ອຸປະຖຳດ້ວຍງົບປະມານ 1,5 ລ້ານ USD, ໂດຍ IOM ແລະ FAO ສົມທົບກັບລັດຖະບານ ຫວຽດນາມ ຜັນຂະຫຍາຍ. ໂຄງການແນໃສ່ນຳຜົນປະໂຫຍດມາໃຫ້ເກືອບ 2 ລ້ານຄົນ, ລວມມີຖັນແຖວນັກວິຊາການໃນຂົງເຂດການແພດ ແລະ ສັດຕະວະແພດ, ພ້ອມທັງປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍພັດທະນາ ກ່ຽວກັບການສົ່ງເສີມສຸຂະພາບທົ່ວປວງຊົນຢູ່ ຫວຽດນາມແບບຍືນຍົງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
