ຕອນເຊົ້າວັນທີ 4 ເມສາ ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກຂອງລັດຖະບານກັບທ້ອງຖິ່ນ. ກອງປະຊຸມເພື່ອແນໃສ່ຕີລາຄາສະພາບການພັດທະນາເສດຖະກິດສັງຄົມຂອງໄຕມາດ I/2026, ວາງອອກບັນດາໜ້າທີ່, ມາດຕະການຈຸດສຸມໃຫ້ແກ່ໄຕມາດທີ II ແລະ ໃນໄລຍະຈະມາເຖິງ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເປົ້າໝາຍການເຕີບໂຕບັນລຸລະດັບສອງຕົວເລກແມ່ນບໍ່ປ່ຽນແປງ, ຄວນມີມາດຕະການເພື່ອຊຸກຍູ້ບັນດາກຳລັງໜູນການເຕີບໂຕ, ເປັນຕົ້ນແມ່ນການບໍລິໂພກ, ການສົ່ງອອກ; ບັນດາມາດຕະການເພື່ອໃຫ້ການເຕີບໂຕຢູ່ລະດັບສູງ, ທັງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນສະເພາະໜ້າ ແລະ ຍາວນານ…
ຢູ່ກອງປະຊຸມບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມເດືອນມີນາ ແລະ ໄຕມາດທີ I ປີ 2026, ສະພາບການຈັດແບ່ງ, ປ່ອຍເງິນລົງທຶນພາກລັດ ແລະ ປະຕິບັດໂຄງການເປົ້າໝາຍແຫ່ງຊາດ; ບົດລາຍງານວຽກງານຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີເດືອນມີນາ ແລະ ໄຕມາດທີ I/2026, ໜ້າທີ່ຈຳນວນໜຶ່ງທີ່ຄວນໄດ້ຮັບການສຸມໃສ່ຊີ້ນຳໃນເດືອນເມສາ ແລະ ໃນໄລຍະຈະມາເຖິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
