ລັດຖະບານ ຫວຽດນາມ ຫາກໍ່ປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍປັນຍາປະດິດ. ເປົ້າໝາຍຂອງແຜນການເລັ່ງໃສ່ການກຳນົດລະອຽດບັນດາເນື້ອໃນວຽກງານ, ກຳນົດເວລາ, ຄວາມຄືບໜ້າປະຕິບັດສຳເລັດ ແລະ ຄວາມຮັບຜິດຊອບຂອງອົງການ, ສຳນັກງານທີ່ກ່ຽວຂ້ອງໃນການຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍປັນຍາປະດິດ.
ຈຸດສຸມຂອງແຜນການກະທຳໄລຍະ 2026 – 2027 ແມ່ນສ້າງຕັ້ງກອງທຶນພັດທະນາປັນຍາປະດິດແຫ່ງຊາດ. ການກຳເນີດຂອງກອງທຶນໄດ້ຮັບຄວາມຄາດຫວັງຈະສ້າງແຫຼ່ງກຳລັງການເງິນແບບຍືນຍົງ, ເພີ່ມກຳລັງແຮງໃຫ້ແກ່ບັນດາການເຄື່ອນໄຫວຄົ້ນຄ້ວາລວງເລິກ, ທົດລອງຮູບແບບໃໝ່ ແລະ ພິເສດແມ່ນໜູນຊ່ວຍປະຊາຄົມວິສາຫະກິດ Startup.
ພ້ອມກັບແຫຼ່ງກຳລັງການເງິນ, ພື້ນຖານໂຄງລ່າງດີຈີຕອນໄດ້ກຳນົດແມ່ນ ກະດູກສັນຫຼັງ ຂອງລະບົບນິເວດປັນຍາປະດິດ. ບັນດາສູນນີ້ຈະໄດ້ຕັ້ງຢູ່ບັນດາເຂດເຕັກໂນໂລຢີສູງ, ເຂດເຕັກໂນໂລຢີດີຈີຕອນ ແລະ ສູນນະວັດຕະກຳ, ສ້າງບັນດາຂົ້ວເຕີບໂຕດຶງດູດເງິນລົງທຶນຈາກຕ່າງປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
