ວັນທີ 3 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານ ແລະ ຄະນະປະຈຳຄະນະພັກລັດຖະບານ ກ່ຽວກັບເນື້ອໃນສຳຄັນຈຳນວນໜຶ່ງ, ໃນນັ້ນ ມີເນື້ອໃນກ່ຽວກັບບັນດາຂໍ້ສະເໜີກົນໄກ, ນະໂຍບາຍຊຸກຍູ້ການພັດທະນາສູນກັ່ນຕອງນ້ຳມັນ ແລະ ພະລັງງານແຫ່ງຊາດຢູ່ເຂດເສດຖະກິດ ຢຸງກວັດ (ແຂວງ ກວ໋າງຫງາຍ).
ຕາມບັນດາບົດລາຍງານ, ຄຳເຫັນປະກອບຢູ່ກອງປະຊຸມ, ໃນສະພາບການຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຄວາມຮຽກຮ້ອງຕ້ອງການການເຕີບໂຕສູງ, ຍືນຍົງ ແລະ ຕິດພັນກັບການຫັນປ່ຽນພະລັງງານ, ການສ້າງບັນດາສູນອຸດສາຫະກຳພະລັງງານຂອບຂະໜາດໃຫຍ່, ມີລັກສະນະເກັບສະສົມ ແລະ ມີກຳລັງແຮງແກ້ງແຍ້ງສາກົນ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ.
ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງລະດົມການຫັນແຫຼ່ງກຳລັງເປັນຫຼາຍຮູບຫຼາຍແບບ, ມອບໃຫ້ຮອງນາຍົກລັດຖະມົນຕີຮັບຜິດຊອບຂົງເຂດ ຊີ້ນຳການສ້າງເອກະສານທີ່ກ່ຽວຂ້ອງໃຫ້ສຳເລັດໂດຍກົງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງຈິດໃຈ ແມ່ນມີແຕ່ປຶກສາເຮັດ, ບໍ່ຖືກສາຖອຍ, ປະຕິບັດຢ່າງມີຂັ້ນຕອນ ແຕ່ຕ້ອງສຸມໃສ່ແຫຼ່ງກຳລັງເພື່ອປະຕິບັດໂດຍໄວ ແລະ ມີປະສິດທິຜົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
