ທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ
(ພາບ: ກະຊວງຖະແຫຼງຂ່າວກຳປູເຈຍ)

ຕາມກະຊວງການຕ່າງປະເທດ ກຳປູເຈຍ ແລ້ວ, ໂດຍຮັບຄຳເຊີນຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ກຳປູເຈຍ ໂດຍທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ເປັນຫົວໜ້າຄະນະ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 18 – 21 ທັນວາ ແລະ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024.

ກະຊວງປ້ອງກັນປະເທດ ກຳປູເຈຍ ເນັ້ນໜັກວ່າ, ການຢ້ຽມຢາມຂອງທ່ານພົນເອກ Tea Seiha, ຈະປະກອບສ່ວນຢືນຢັນຄືນໃໝ່ນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະ ຄຳໝັ້ນສັນຍາຢ່າງຍາວນານຂອງກະຊວງປ້ອງກັນປະເທດ ກຳປູເຈຍ ແລະ ກຳລັງປະກອບອາວຸດລາຊະອານາຈັກ ກຳປູເຈຍ ກັບກອງທັບປະຊາຊົນ ຫວຽດນາມ.