ນັກຂ່າວ Gastón Fiorda ຂອງວິທະຍຸກະຈາຍສຽງ ອາກຊັງຕິນ(ພາບ: TTXVN)
|
ກ່ອນທີ່ຈັດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ, ນັກຂ່າວ Gastón Fiorda ຂອງວິທະຍຸກະຈາຍສຽງ ອາກຊັງຕິນ, ເຊິ່ງເປັນນັກຊ່ຽວຊານກ່ຽວກັບ ຫວຽດນາມ ມາແຕ່ດົນນານ, ໄດ້ມີບັນດາຂໍ້ສັງເກດຢ່າງຕັ້ງໜ້າກ່ຽວກັບບາດກ້າວກະໂດດຂັ້ນຂອງ ຫວຽດນາມ ໃນໄລຍະ 5 ປີຜ່ານມາ.
ທ່ານ Gastón Fiorda ເນັ້ນໜັກວ່າ, ໃນ 5 ປີຜ່ານມາ ຫວຽດນາມ ໄດ້ມານະພະຍາຍາມບັນລຸຜົນງານດ້ານເສດຖະກິດ ແລະ ສັງຄົມຫຼາຍຢ່າງທີ່ໜ້ານິຍົມນັບຖື. ທ່ານໄດ້ຊີ້ແຈ້ງຜົນງານຕັ້ງໜ້າທີ່ ຫວຽດນາມ ບັນລຸໄດ້ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເມື່ອລະດັບເຕີບໂຕ GDP ຄິດສະເລ່ຍ 5 – 6%/ປີ, ສູງກວ່າເມື່ອທຽບໃສ່ລະດັບໜ້າພຽງຂອງພາກພື້ນ ແລະ ໂລກ. ຂອບຂະໜາດພື້ນຖານເສດຖະກິດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການເປີດກວ້າງ, GDP ລືນລະດັບ 400 ຕື້ USD, ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນເປັນປົກກະຕິຜ່ານແຕ່ລະປີ.
ກ່ຽວກັບການຕ່າງປະເທດ, ທ່ານ Gastón Fiorda ໃຫ້ຂໍ້ສັງເກດວ່າ ນະໂຍບາຍ “ການທູດໄມ້ໄຜ່” ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນຜົນງານພົ້ນເດັ່ນ, ຊ່ວຍໃຫ້ ຫວຽດນາມ ຮັກສາເອກະລາດ, ເປັນເຈົ້າຕົນເອງ, ທັງມີຄວາມໄຫວພິບໃນການເປີດກວ້າງການພົວພັນ ແລະ ບັນດາຄູ່ຮ່ວມມືໃຫຍ່ທີ່ໄດ້ຊ່ວຍໃຫ້ ຫວຽດນາມ ຍົກສູງທີ່ຕັ້ງສາກົນ ແລະ ກາຍເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈໃນລະບົບສະໜອງ ການຮ່ວມມືດ້ານການຄ້າ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

