(ທ່ານ ລິງເດກວານ, ນັກຂ່າວຂອງໜັງສືພິມ ຊິນຮວາ) |
“ປີ 2024 ແມ່ນປີໂດດເດັ່ນຂອງ ຫວຽດນາມ”. ນີ້ແມ່ນການຕີລາຄາຂອງທ່ານ ລິງເດກວານ, ນັກຂ່າວຂອງໜັງສືພິມ ຊິນຮວາ, ຜູ້ທີ່ໄດ້ຮ່ຳຮຽນ, ເຮັດວຽກ ແລະ ຄົ້ນຄວ້າກ່ຽວກັບ ຫວຽດນາມ ເປັນເວລາຫຼາຍປີ.
ຕາມນັກຂ່າວ ລິງເດກວານ ແລ້ວ, ປີ 2024 ນີ້ ຫວຽດນາມ ມີຫຼາຍເຫດການໃຫຍ່, ສຳຄັນແມ່ນໄດ້ດຳເນີນ ແລະ ຫວຽດນາມ ລ້ວນແຕ່ຈັດຕັ້ງ, ປະຕິບັດຢ່າງສຳເລັດຜົນ. ນີ້ແມ່ນສິ່ງທີ່ບໍ່ແມ່ນປະເທດໃດກໍ່ສາມາດປະຕິບັດໄດ້. ທ່ານເນັ້ນໜັກວ່າ.
“ປີ 2024 ມີຫຼາຍເຫດການໃຫຍ່, ສຳຄັນໄດ້ຈັດຂຶ້ນຢູ່ ຫວຽດນາມ. ສິ່ງທີ່ສ້າງຄວາມປະທັບໃຈຕໍ່ຂ້າພະເຈົ້າແມ່ນ ຫວຽດນາມ ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ການເຕີບໂຕເສດຖະກິດກວ່າ 7%. ພາຍຫຼັງທີ່ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເຖິງແກ່ມໍລະນະກຳ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ນຳໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຄຸ້ມຄອງພັກ ແລະ ຄຸ້ມຄອງປະເທດຊາດຢ່າງຂ້ຽວຂາດໃນທຸກດ້ານ, ສືບທອດອະດີດຕະການ, ສືບຕໍ່ອະນາຄົດ, ມານະພະຍາຍາມບືນຕົວຂຶ້ນ, ເບິ່ງແຍງວຽກງານຂອງປະເທດຊາດ ແລະ ບັນລຸຫຼາຍຜົນງານພົ້ນເດັ່ນ, ນັບທັງວຽກງານພາຍໃນ ແລະ ການຕ່າງປະເທດ”.
ເມື່ອໃຫ້ຂໍ້ສັງເກດກ່ຽວກັບຜົນງານທີ່ ຫວຽດນາມ ບັນລຸໄດ້ພາຍຫຼັງໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່, ນັກຂ່າວ ລິງເດກວານ ຢືນຢັນວ່າ, ຜົນງານຂອງໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່ສວມບົດບາດສຳຄັນຕໍ່ “ທົດສະວັດໃໝ່ - ທົດສະວັດແຫ່ງການບຸກບືນຂອງຊາດ” ຫວຽດນາມ, ສ້າງຂີດໝາຍໄລຍະໃໝ່ໃນປະຫວັດສາດຍຸກປະຈຸບັນຂອງ ຫວຽດນາມ ແລະ ແມ່ນຈຸດເລີ່ມຕົ້ນຂອງຍຸກສະໄໝໃໝ່.

