ທ່ານ ປູຕິນ ປະທານນາທິບໍດີ ຣັດເຊຍ ໄດ້ມອບຫຼຽນ ແລະ ກຽດຕິຄຸນແຫ່ງຊາດໃຫ້ແກ່ ວິລະຊົນຜູ້ອອກແຮງງານ ທ່ານ ນາງ ຖາຍ ເຮືອງ, ນັກສ້າງກໍ່, ປະທານສະມາຄົມຍຸດທະສາດ ກຸ່ມບໍລິສັດ TH (ພາບ: PV/VOV-Moscow)

ທີ່ພິທີ, ປະທານນາທິບໍດີ ຣັດເຊຍ ທ່ານ ປູຕິນ ໄດ້ມອບຫຼຽນ ແລະ ກຽດຕິຄຸນແຫ່ງຊາດໃຫ້ແກ່ ຜູ້ຕາງໜ້າຈາກ ອົງການຈັດຕັ້ງສັງຄົມ ແລະ ສາສະໜາ, ນັກທຸລະກິດ, ກໍ່ຄືບັນດາບຸກຄົນສຳຄັນ ທາງດ້ານວັດທະນະທຳ ຂອງ 6 ປະເທດ. ພິເສດ, ປະທານທິບໍດີ ປູຕິນ ໄດ້ມອບຫຼຽນໄຊມິດຕະພາບ ລາງວັນທີ່ສູງສົ່ງຂອງ ຮັດເຊຍ ໃຫ້ແກ່ ວິລະຊົນຜູ້ອອກແຮງງານ ທ່ານ ນາງ ຖາຍ ເຮືອງ, ນັກສ້າງກໍ່, ປະທານສະມາຄົມຍຸດທະສາດ ກຸ່ມບໍລິສັດ TH ຍ້ອນການປະກອບສ່ວນຢ່າງບໍ່ຍຸດຢັ້ງເຂົ້າໃນວຽກງານການເສີມສ້າງສາຍພົວພັນ, ການຮ່ວມມືລະຫວ່າງສອງປະເທດ ສະຫະພັນຣັດເຊຍ ແລະ ຫວຽດນາມ

ຄຳປາໃສພາຍໃນພິທີ ຂອງ ປະທານນາທິບໍດີ ປູຕິນ ໄດ້ເນັ້ນໜັກໃຫ້ ທ່ານ ນາງ ຖາຍ ເຮືອງ, ຜູ້ກໍ່ຕັ້ງ ປະທານສະພາຍຸດທະສາດ ກຸ່ມບໍລິສັດ TH, ຊື່ງແມ່ນໜຶ່ງໃນບັດດາກຸ່ມບໍລິສັດກະສິກໍາໃຫຍ່ທີ່ສຸດຂອງ ຫວຽດນາມ, ພວມຜັນຄະຫຍາຍບັນດາໂຄງການກະສິກຳ ຢູ່ ຣັດເຊຍ. ບັດດາໂຄງການນີ້ ຮັບໃຊ້ໃຫ້ແກ່ ວຽກງານ ຄ້ຳປະກັນສະບຽງອາຫານ ແລະ ປະກອບສ່ວນເຂົ້າໃນວຽກງານການຊຸກຍູ້ສາຍພົວພັນມິດຕະພາບ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ສະຫະພັນຣັດເຊຍ ຂຶ່ນຕື່ມອີກ.