ກອງປະຊຸມໄດ້ດຳເນີນໃນຕອນເຊົ້າວັນທີ 15 ທັນວາ ຢູ່ນະຄອນຫຼວງ ໂຕກຽວ (ຍີ່ປຸ່ນ). ຢູ່ກອງປະຊຸມ, ສາມຝ່າຍໄດ້ແລກປ່ຽນຄຳເຫັນກ່ຽວກັບຫຼາຍບັນຫາ, ມຸ່ງໄປເຖິງການເປີດກວ້າງການພົວພັນແລກປ່ຽນປະຊາຊົນ. ສາມປະເທດກໍ່ໄດ້ຍົກອອກຖະແຫຼງການຮ່ວມ, ໃນນັ້ນຢັ້ງຢືນຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດກິລາ. ລະອຽດ, ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ ຈະຮ່ວມແຮງຮ່ວມໃຈຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາເຫດການກິລາສາກົນທີ່ມີຂອບຂະໜາດໃຫຍ່, ເພີ່ມທະວີບັນດາມາດຕະການສະກັດກັ້ນຂ່າວຄາວໃສ່ຮ້າຍປາຍສີ, ບິດເບືອນຈິດໃຈກິລາທີ່ແທ້ຈິງ, ບັນດາການກະທຳສ້າງຄວາມວຸ້ນວາຍໃຫ້ນັກກິລາ…