ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump(ພາບ: REUTERS/Kent Nishimura)
|
ຕອນຄ່ຳວັນທີ 13 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Ishiba Shigeru ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump. 2 ຝ່າຍໄດ້ເຫັນດີຈະຈັດກອງປະຊຸມສຸດຍອດ 2 ຝ່າຍຢູ່ນອກກອງປະຊຸມ 7 ປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ ການາດາ (ແຕ່ວັນທີ 15 – 17 ມິຖຸນາ). ຈຸດສຸມຂອງກອງປະຊຸມລະຫວ່າງການນຳແຖວໜ້າ 2 ທ່ານໃນຄັ້ງນີ້ແມ່ນ ຍີ່ປຸ່ນ - ອາເມລິກາ ອາດສາມາດບັນລຸລະດັບຂໍ້ຕົກລົງໃດໜຶ່ງໃນບັນດາການເຈລະຈາກ່ຽວຂ້ອງເຖິງມາດຕະການພາສີອາກອນຂອງ ອາເມລິກາ ສຳລັບ ຍີ່ປຸ່ນ ຫຼື ບໍ່?.
ນອກນັ້ນ, ການນຳ 2 ທ່ານກໍ່ແລກປ່ຽນທັດສະນະກ່ຽວກັບການບຸກໂຈມຕີດ້ານການທະຫານຂອງ ອິດສະຣາແອັນ ເລັ່ງໃສ່ ອີຣານ ແລະ ແບ່ງປັນທັດສະນະໂດຍຖືວ່າ ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນຕາເວັນອອກາງ ມີຄວາມໝາຍສຳຄັນທີ່ສຸດ, ພ້ອມກັນນັ້ນ, ເຫັນດີສືບຕໍ່ແລກປ່ຽນຂໍ້ມູນຢ່າງແໜ້ນແຟ້ນໃນອະນາຄົດ.

