ທີ່ການເຮັດວຽກ
(ພາບ: VGP)

ໃນຂອບການຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະລັດ ອາຣັບ ເອມິເຣດ (UAE), ທ່ານ ຫງວຽນຫົ່ວບີ່ງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ຕ້ອນຮັບ ທ່ານລັດຖະມົນຕີ ກະຊວງລົງທຶນ UAE, ທັງເປັນ ຜູ້ອຳນວຍການໃຫຍ່ ກອງທຶນລົງທຶນ ADQ; ແລະ ເຮັດວຽກກັບ ປະທານສູນການເງິນທົ່ວໂລກ Abu Dhabi (ADGM)

ໃນການຕ້ອນຮັບ ທ່ານ Al Suwaidi, ລັດຖະມົນຕີກະຊວງລົງທຶນ UAE ຢູ່ Abu Dhabi, ສອງຝ່າຍເຫັນດີເປັນເອກະພາບຈະສ້າງຕັ້ງສະມາຄົມທຸລະກິດ ຫວຽດນາມ - UAE, ສ້າງຊ່ອງທາງເຊື່ອມຕໍ່ໂດຍກົງ ແລະ ມີປະສິດທິຜົນ ລະຫວ່າງ ປະຊາຄົມວິສາຫະກິດສອງປະເທດ. ສອງຝ່າຍ ຢືນຢັນຄວາມຕັດສິນໃຈຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານສີຂຽວ, ເໝາະສົມກັບເປົ້າໝາຍພັດທະນາແບບຍືນຍົງ ແລະ ທ່າອ່ຽງທົ່ວໂລກ. ພິເສດ, ທ່ານ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ສະເໜີໃຫ້ກະຊວງລົງທຶນ UAE ຊ່ວຍເຫຼືອ ຫວຽດນາມ ໃນວິວັດການສ້າງສາ ແລະ ພັດທະນາ ສູນການເງິນສາກົນ (IFC).

ໃນວັນດຽວກັນນັ້ນ, ໃນການເຮັດວຽກກັບ ທ່ານ Ahmed Jasim Al Zaabi, ປະທານສູນການເງິນທົ່ວໂລກ Abu Dhabi (ADGM), ສອງຝ່າຍ ເຫັນດີເປັນເອກະພາບສົມທົບກັນຈັດເຫດການສົ່ງເສີມການລົງທຶນຢູ່ UAE ໃນຕົ້ນປີ 2026. ທ່ານ ຫງວຽນຫົ່ວບີ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໃຫ້ຮູ້ຕື່ມອີກວ່າ ຫວຽດນາມ ແລະ UAE ພວມຍູ້ແຮງ ການເຊື່ອມຕໍ່ລະຫວ່າງປະຊາຄົມວິສາຫະກິດຂອງ ສອງປະເທດ.