ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ໂດ້ມິນຮຸ່ງ
(ພາບ: TTXVN)

ກ່ອນດຳເນີນການໄປຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 28 – 30 ຕຸລາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ໂດ້ມິນຮຸ່ງ ແບ່ງປັນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ຕໍ່ກັບການພົວພັນຄູ່ຮ່ວມມືຍຸດທະສາດ ທີ່ພວມພັດທະນາຢ່າງດີງາມທີ່ສຸດລະຫວ່າງ 2 ປະເທດ.

ທ່ານໃຫ້ຮູ້ວ່າ ຄາດວ່າ, 2 ຝ່າຍຈະລົງນາມ ແລະ ຮັບຮອງເອົາເອກະສານຮ່ວມມືສຳຄັນຫຼາຍສະບັບ ໃນບັນດາຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນສີຂຽວ ແລະ ການພັດທະນາແບບຍືນຍົງ. ມີຫຼາຍຂໍ້ຕົກລົງຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ແລະ ວິສາຫະກິດ 2 ປະເທດກໍ່ໄດ້ຮັບການລົງນາມໃນຄັ້ງນີ້, ເປີດໂອກາດຢ່າງໃຫຍ່ຫຼວງໃນບັນດາຂົງເຂດທີ່ ອັງກິດ ມີທ່າແຮງ ແລະ ສອດຄ່ອງກັບການກຳນົດທິດການພັດທະນາຂອງ ຫວຽດນາມ.