ບັນຊີຫຼີ້ນສື່ສັງຄົມອອນໄລຂອງເດັກນ້ອຍນັບແສນຄົນທີ່ມີອາຍຸຕ່ຳກວ່າ 16 ປີຂອງ ອົດສະຕາລີ ໄດ້ຖືກປິດ ເມື່ອກົດໝາຍວ່າດ້ວຍການຈຳກັດອາຍຸນຳໃຊ້ສື່ສັງຄົມອອນໄລມີຜົນສັກສິດຢູ່ປະເທດນີ້. ມີ 10 ສື່ສັງຄົມອອນໄລບັງຄັບຕ້ອງປະຕິບັດຕາມຂໍ້ກຳນົດດັ່ງກ່າວ ລວມມີ Facebook, Instagram, Kick, Reddit, Snapchat, Threads, TikTok, X, YouTube ແລະ Twitch.
ທ່ານ Anthony Albanese ນາຍົກລັດຖະມົນຕີ ອົດສະຕາລີ ຢັ້ງຢືນວ່າ ຂໍ້ກຳນົດໃໝ່ນີ້ຈະຊ່ວຍໃຫ້ພວກເດັກໄດ້ພັດທະນາໃນສະພາບແວດລ້ອມທີ່ປອດໄພກວ່າ ແລະ ມີເວລາເພື່ອພັດທະນາບັນດາທັກສະດຳລົງຊີວິດ, ພົບປະສື່ສານແບບເຊິ່ງໜ້າກັບໝູ່ເພື່ອນ ແລະ ຄອບຄົວ.
ນັບແຕ່ຕອນເຊົ້າວັນທີ 10 ທັນວາ, ເດັກທີ່ມີອາຍຸຕ່ຳກວ່າ 16 ປີ ໄດ້ຮັບແຈ້ງການປິດບັນຊີຈາກບັນດາສື່ສັງຄົມອອນໄລ ແລະ ກໍ່ບໍ່ສາມາດສ້າງບັນຊີໃໝ່ໄດ້.
ນັກຂ່າວ VOV ປະຈຳ ອົດສະຕາລີ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
