ທ່ານ ສາດສະດາຈານ Nir Avieli, ປະທານສະຫະສະມາຄົມ ມະນຸດວິທະຍາ Israel ແບ່ງປັນກ່ຽວກັບອາຫານການກິນ ຫວຽດນາມ (ພາບ:TTXVN) |
ການພົບປະໂອ້ລົມໃນຫົວຂໍ້ “ອາຫານ, ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ” ທີ່ດຳເນີນຂື້ນໃນວັນທີ 14 ກັນຍາ ຢູ່ ນະຄອນຫຼວງ Tel Aviv ຂອງ Israel ໄດ້ດຶງດູດຄວາມສົນໃຈເປັນພິເສດຂອງບັນດາສະມາຊິກສະໂມສອນແມ່ຍິງສາກົນ Israel (IWC) ແລະ ແຂກຖືກເຊີນ, ໃນນັ້ນມີການເຂົ້າຮ່ວມຂອງ ທ່ານ ລີດືກຈຸງ, ເອກອັກຄະລັດຖະທູດ ແຫ່ງ ຫວຽດນາມ ປະຈຳ Israel ແລະ ພັນລະຍາ
ໃນເຫດການ, ທ່ານ ສາດສະດາຈານ Nir Avieli, ປະທານສະຫະສະມາຄົມ ມະນຸດວິທະຍາ Israel, ໄດ້ແບ່ງປັນປະສົບການທີ່ມິຄວາມຫຼາກຫຼາຍ ແລະບັນດາການສັງເກດການ ແລະ ການຄົ້ນຄວ້າຢ່າງເລືກເຊິ່ງຂອງທ່ານ ກ່ຽວກັບຂອງອາຫານຫວຽດນາມ ໃນການດຳລົງຊີວິດ, ບົດບາດຂອງຄາບເຂົ້າໃນການສ້າງຊຸມຊົນ, ກໍ່ຄືສູດວິທີອາຫານທີ່ສະທ້ອນເຖິງສີສັນວັດທະນະທຳ ແລະ ບັນດາປັດໃຈໃນສັງຄົມ, ທ່ານ Nir Avieli ຍັງໄດ້ ແລະ ແບ່ງປັນມູມມອງ ກ່ຽວກັບກຳລັງບົ່ມຊ້ອນ ການພັດທະນາ ການທ່ອງທ່ຽວ ວັດທະນະທຳຫວຽດນາມ, ພິເສດແມ່ນ ອາຫານການກິນ.
ໃນງານດັ່ງກ່າວ, ບໍ່ພ່ຽງແຕ່ເປັນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳຫວຽດນາມ ແຕ່ຍັງໄດ້ປະກອບສ່ວນສົ່ງເສີມການແລກປ່ຽນປະຊາຊົນຂອງສອງປະເທດ ຫວຽດນາມ-Israel, ພິເສດແມ່ນໃນສະພາບທີ່ສອງປະເທດກຳລັງ ນັບມື້ນັບເປີດກວ້າງການຮ່ວມມື ໃນຫຼາຍຂົງເຂດ.

