ຈົດໝາຍຂອງທ່ານຜູ້ຟັງສົ່ງມາຍັງ VOV5

ທ່ານຜູ້ຟັງທີ່ເຄົາລົບ! ຄະນະຈັດຕັ້ງການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ 2025 ມາຮອດປັດຈຸບັນໄດ້ຮັບບົດເຂົ້າຮ່ວມການເສັງຫຼາຍບົດຂອງຜູ້ຟັງທີ່ມາກຈາກທຸກແຖບຖິ່ນໃນທົ່ວໂລກ. ໃນບົດຂຽນ, ມີທ່ານຜູ້ຟັງຫຼາຍຄົນໄດ້ສະແດງນ້ຳໃຈຄວາມຮັກແພງຕໍ່ວິທະຍຸກະຈາຍສຽງຫວຽດນາມ.

ທ່ານຜູ້ຟັງ ຕິງລູ ຊາວຈີນ ໄດ້ແບ່ງປັນວ່າ ເພິ່ນຮູ້ສຶກຕິດພັນກັບວິທະຍຸກະຈາຍສຽງ ຫວຽດນາມໃນໄລຍະ 10 ປີຜ່ານມາ. ໃນບົດເຂົ້າຮ່ວມການເສັງ, ເພິ່ນໄດ້ສະແດງນ້ຳໃຈຄວາມຮັກແພງຢ່າງເລິກເຊິ່ງຕໍ່ບັນດາລາຍການຄື: ລາຍການຂ່າວ, ໂອ້ລົມກັບທ່ານຜູ້ຟັງ, ລາຍການດົນຕີ, ລາຍການສີສັນ 54ຊົນເຜົ່າ ຫວຽດນາມຂອງ VOV.

ໃນບົດເຂົ້າຮ່ວມການເສັງຂອງຕົນ, ທ່ານຜູ້ຟັງ ມາຈາກກຳປູເຈຍແບ່ງປັນວ່າ: ຂ້າພະເຈົ້າມີໂອກາດມາຮຽນຢູ່ ຫວຽດນາມແຕ່ປີ 1995, ນັບແຕ່ນັ້ນມາ, ວິທະຍຸກະຈາຍສຽງ ຫວຽດນາມໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນໃນຊີວິດທາງດ້ານຈິດໃຈຂອງຂ້າພະເຈົ້າ. ບັນດາລາຍການຄື: ຮຽນພາສາຫວຽດນາມ, ດົນຕີພື້ນເມືອງ… ຫຼືລາຍການຂ່າວ, ລາຍການສະຖານະການການເມືອງສາກົນ ດ້ວຍພາສາຕ່າງປະເທດໄດ້ຊ່ວຍຂ້າພະເຈົ້າບໍ່ພຽງແຕ່ຮຽນພາສາເທົ່ານັ້ນ ຫາກຍັງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ ແລະ ຊາວຫວຽດນາມ ອີກດ້ວຍ.

ໃນບົດເຂົ້າຮ່ວມການເສັງຂອງທ່ານຜູ້ຟັງ A. K. M. Nuruzzaman ມາຈາກ ບັງກະລາແທດ ໄດ້ຂຽນວ່າ: ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຊາວຫວຽດນາມ ຍ້ອນຄວາມອົງອາດກ້າແກ່ນ, ຄວາມຮັກແພງແຂກຄົນ ແລະ ຈິດໃຈວົງຄະນະຍາດຢ່າງແຮງ. ວັດທະນະທຳຫວຽດນາມ ແມ່ນຄວາມກົມກຽວລະຫວ່າງມູນເຊື້ອ ແລະ ທັນສະໄໝ, ສະແດງໃຫ້ເຫັນຜ່ານຊຸດເສື້ອຍາວ, ດົນຕີພື້ນເມືອງ ແລະ ການດຳລົງຊີວິດແບບສະໜິດຕິດພັນໃນຄອບຄົວ.

ພວກຂ້າພະເຈົ້າປາດຖະໜາຢາກສືບຕໍ່ໄດ້ຮັບຫຼາຍບົດເຂົ້າຮ່ວມການເສັງ ດ້ວຍນ້ຳໃຈຂອງທ່ານຜູ້ຟັງທີ່ສະຫງວນໃຫ້ແກ່ການເສັງ. ຂໍອວຍພອນໃຫ້ທຸກທ່ານຍາດໄດ້ລາງວັນສູງ ຂອງການເສັງປີນີ້ ແລະ ພວກຂ້າພະເຈົ້າຈະຕ້ອນຮັບພວກເພື່ອນມາຢ້ຽມຢາມ ປະເທດ ຫວຽດນາມ. ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດຄົ້ນຫາຄວາມງາມ ປະເທດຫວຽດນາມ.