ຄືກັນກັບທຸກໆປີ, ລາຍການຍິງບັ້ງໄຟດອກໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ທ່າກ່ຳປັ່ນ Sydney ຂອງ ອົດສະຕາລີ ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງປີໃໝ່ ເຊິ່ງຫຼາຍຄົນລໍຄອຍ.

ຢູ່ນະຄອນ Auckland, ນິວຊີແລນ, ມີນັບພັນຄົນໄດ້ພາກັນເຕົ້າໂຮມຢູ່ເຂດໃຈກາງເພື່ອຮັບຊົມລາຍການຍິງບັ້ງໄຟດອກ ແລະ ລາຍການສະແດງສິລະປະແສງສີຕ້ອນຮັບປີໃໝ່.

ຢູ່ນະຄອນຫຼວງລອນດອນ ຂອງລາຊະອານາຈັກ ອັງກິດ, ປະຊາຊົນຕ້ອນຮັບປີໃໝ່ດ້ວຍລາຍການຍິງບັ້ງໄຟດອກຢູ່ລຽບຕາມສາຍແມ່ນ້ຳ Thames.

ຢູ່ ສະວິດ, ໂຮນລັງ, ປະຊາຊົນບໍ່ຫົວຊາຕໍ່ອາກາດໜາວຈັດ, ເຂົາເຈົ້າຍັງພາກັນລົງແມ່ນ້ຳ, ໜອງ ແລະ ທະເລ ເພື່ອຕ້ອນຮັບປີໃໝ່.

ສ່ວນຢູ່ ປັກກິ່ງ (ຈີນ), ປະຊາຊົນຈຳນວນຫຼາຍໄດ້ພາກັນເຕົ້າໂຮມຢູ່ບັນດາສູນການຄ້າ, ເຂດລະຫຼີ້ນບັນເທິງ, ສວນສາທາລະນະ… ເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ດ້ວຍຄວາມຫວັງອັນໃໝ່ໆ.