(ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຄຳເຫັນທີ່ກອງປະຊຸມ)

“ການຮ່ວມມືກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະສືບຕໍ່ສວມບົດບາດສຳຄັນໃນຍຸດທະສາດການຕ່າງປະເທດຂອງ ຫວຽດນາມ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ”. ນີ້ແມ່ນຄຳເຫັນຂອງຜູ້ແທນຫຼາຍທ່ານທີ່ເຂົ້າຮ່ວມກອງປະຊຸມສາກົນຄັ້ງທີ 5 “ການຮ່ວມມື ຫວຽດນາມ - ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ຄູ່ຮ່ວມມືເພື່ອການພັດທະນາຢ່າງວັດທະນາຖາວອນ ແລະ ຍືນຍົງ”, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 04 ທັນວາ, ຢູ່ ຮ່າໂນ້ຍ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ (NGO) ຕ່າງປະເທດໃນໄລຍະ 2019 – 2025. ຕາມນັ້ນແລ້ວ, ປະຈຸບັນ ມີ 397 ອົງການ NGO ເຄື່ອນໄຫວຢູ່ ຫວຽດນາມ ເປັນປະຈຳ, ມາຈາກ 32 ປະເທດ, ໃນນັ້ນມີບັນດາອົງການໄດ້ປະກອບສ່ວນເປັນເວລາກວ່າ 50 ປີຜ່ານມາ. ຕີລາຄາສູງບັນດາການປະກອບສ່ວນຂອງ NGO, ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ:

“ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າປາດຖະໜາວ່າບັນດາອົງການຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນຂົງເຂດໃຫ້ບຸລິມະສິດ, ຄື: ການພັດທະນາມະນຸດ, ຍົກສູງການຮັບປະກັນຊີວິດສັງຄົມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ນະວັດຕະກຳ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ… ສືບຕໍ່ແບ່ງປັນບົດຮຽນ, ພູມປັນຍາ, ເຕັກໂນໂລຊີ, ເຊື່ອມຕໍ່ ຫວຽດນາມ ກັບເຄືອຂ່າຍນັກຊ່ຽວຊານສາກົນ, ຊ່ວຍ ຫວຽດນາມ ເຂົ້າຮ່ວມບັນດາຂໍ້ລິເລິ່ມພັດທະນາທົ່ວໂລກໃຫ້ເລິກເຊິ່ງກວ່າ”.