ຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ນະຄອນຫຼວງ Warszawa, ໂປໂລີຍ (ພາບ: TTXVN)

ການເລືອກຕັ້ງປີ 2025 ໄດ້ຮັບຖືວ່າ ແມ່ນການສູ້ຢັນກັນລະຫວ່າງຜູ້ອອກສະໝັກເລືອກຕັ້ງຂອງພັກສະຫະພັນພົນລະເຮືອນ (KO) ຂອງທ່ານນາຍົກລັດຖະມົນຕີ Donald Tusk, ນັ້ນແມ່ນ ເຈົ້າແຂວງ Warszawa, ທ່ານ Rafal Trzaskowski, ນັກການເມືອງຜູ້ໜຶ່ງເດີນຕາມແນວທາງເສລີ, ກັບນັກປະຫວັດສາດ ທ່ານ Karol Nawrocki, ຜູ້ອຳນວຍການສະຖາບັນ ຈົດຈຳແຫ່ງຊາດ ໂປໂລຍ ທີ່ເດີນຕາມແນວທາງຮັກສາເດີມ, ເຊິ່ງເປັນຜູ້ທີ່ພັກກົດໝາຍ ແລະ ພັກຍຸຕິທຳ (PiS) ຝ່າຍຄ້ານໃຫ້ການສະໜັບສະໜູນ. ຖ້າບໍ່ມີຜູ້ສະໝັ້ກເລືອກຕັ້ງໃດຍາດໄດ້ກວ່າ 50% ຈຳນວນບັດເລືອກຕັ້ງໃນຮອບທຳອິດ ທີ່ດຳເນີນໃນວັນທີ 18 ພຶດສະພານັ້ນ, ຈະດຳເນີນການເລືອກຕັ້ງຮອບທີ 2 ໃນວັນທີ 1 ມິຖູນາ. ທ່ານປະທານາທິບໍດີົຄົນໃໝ່ ຈະບໍ່ຮັບດຳລົງຕຳແໜ່ງຈົນຮອດເມື່ອ ອາຍຸການປະທານສະຫະພາບເອີຣົບ ຂອງ ໂປໂລຍ ສິ້ນສຸດລົງ. ໃນໄລຍະເວລາດັ່ງກ່າວ, ທ່ານ Andrzej Sebastian Duda ຍັງສືບຕໍ່ບົດບາດປະທານາທິບໍດີ ໂປໂລຍ ຈົນຮອດທ້າຍເດືອນ ມິຖຸນາ 2025.

ຍືຮວາ, ນັກຂ່າວ VOV ປະຈຳ ຢູ່ ສ.ເຊັກໂກ