ມີເຮືອນຊານ 3.609 ຫຼັກຖືກພັງທະລາຍ ພາຍຫຼັງເກີດເຫດແຜ່ນດິນໄຫວ(ພາບ: THX/TTXVN)
|
ໂດຍໄດ້ຮັບຂ່າວວ່າ, ວັນທີ 07 ມັງກອນ 2025, ຢູ່ເຂດບົກຄອງດ້ວຍຕົນເອງ ທິເບດ, ຈີນ ໄດ້ເກີດເຫດແຜ່ນດິນໄຫວມີຄວາມແຮງໃນລະດັບສູງ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ, ໃນວັນດຽວກັນ, ການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງການນຳພັກ, ລັດ, ລັດຖະບານ, ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ.
ໄລ່ຮອດເວລາ 18 ໂມງຂອງວັນທີ 07 ມັງກອນ (ຕາມເວລາ ຫວຽດນາມ), ບັນດາອົງການທີ່ມີໜ້າທີ່ໄດ້ຢັ້ງຢືນວ່າ, ຢ່າງໜ້ອຍສຸດມີ 126 ຄົນເສຍຊີວິດ ແລະ 188 ຄົນຮັບບາດເຈັບ, 28 ຄົນເຈັບໜັກໄດ້ສົ່ງເຖິງໂຮງໝໍປະຊາຊົນ ນະຄອນປິ່ນປົວ, ເຮືອນຊານ 3.609 ຫຼັກຖືກພັງທະລາຍ ພາຍຫຼັງເກີດເຫດແຜ່ນດິນໄຫວມີຄວາມແຮງ 6,8 ຣິກເຕີ ຢູ່ເມືອງ Dingri, ນະຄອນ Shigatse, ຂຶ້ນກັບເຂດປົກຄອງດ້ວຍຕົນເອງ ທິເບດ, ໃນຕອນເຊົ້າວັນດຽວກັນ.
ເຈົ້າໜ້າທີ່ທ້ອງຖິ່ນໄດ້ລະດົມກຳລັງກູ້ໄພກູ້ຊີບດ່ວນ, ກຳລັງດັບເພີງ, ກຳລັງດັບເພີງປ່າ, ຕຳຫຼວດ, ກອງທັບ ແລະ ກຳລັງກູ້ໄພກູ້ຊີບຂັ້ນຕາແສງ… ກວ່າ 12.000 ຄົນເຂົ້າຮ່ວມການເຄື່ອນໄຫວຊອກຫາ, ກູ້ໄພກູ້ຊີບ.

