ທ່ານ ຫງວຽນຢຸຍຈຸງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ຢູ່ລາວມອບເງິນສະໜັບສະໜູນໃຫ້ແກ່ລັດຖະບານ ລາວເພື່ອສະກັດກັ້ນໂລກລະບາດ Covid - 19 (ພາບ: Vietnam+) |
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຢຸຍຈຸງ, ປະທານສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ໃຫ້ຮູ້ວ່າ ໃນໄລຍະທີ່ຜ່ານມາ, ພໍ່ແມ່ປະຊາຊົນຊາວ ຫວຽດນາມອາໄສຢູ່ລາວ ແລະ ບັນດາວິສາຫະກິດ ຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ລາວມີຄວາມເອົາໃຈໃສ່ທີ່ສຸດ ແລະ ຕິດຕາມສະພາບການຂອງໂລກລະບາດ Covid - 19 ຢູ່ລາວຢ່າງໃກ້ຊິດ. ເຖິງແມ່ນວ່າ ໂລກລະບາດ ໄດ້ສົ່ງຜົນສະທ້ອນບໍ່ແມ່ນໜ້ອຍເຖິງຊີວິດການເປັນຢູ່ກໍ່ຄືການດຳເນີນທຸລະກິດຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລາວ ແລະ ບັນດາວິສາຫະກິດກໍ່ຕາມ, ແຕ່ປະຊາຄົມຊາວຫວຽດນາມອາໄສຢູ່ລາວຍັງໄດ້ສະໜັບສະໜູນ ແລະ ຕີລາຄາສູງທີ່ສຸດ ຕໍ່ບັນດາມາດຕະການຢ່າງຂ້ຽວຂາດຂອງ ລັດຖະບານລາວໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19.
ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ, ທ່ານສົມດີ ດວງດີໄດ້ຢັ້ງຢືນວ່າ ການປະກອບສ່ວນນີ້ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງສູງຂອງປະຊາຄົມຊາວຫວຽດນາມທີ່ມີຕໍ່ປະເທດລາວ, ພ້ອມກັນນັ້ນທ່ານກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ຈຳນວນເງິນດັ່ງກ່າວ ເຂົ້າໃນວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19ຢ່າງມີປະສິດທິຜົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

