ທ່ານປະທານາທາບໍດີ ລັດເຊຍ Vladimir Putin (ພາບ: THX/TTXVN) |
ວັນທີ 22 ທັນວາ, ທ່ານປະທານາທາບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ ລັດເຊຍ ພ້ອມແລ້ວທີ່ຈະຫັນການພົວພັນກັບ ອາເມລິກາ ແລະ ຝ່າຍຕາເວັນຕົກເປັນປົກກະຕິຖ້າສິ່ງນັ້ນບໍ່ກໍ່ຜົນເສຍຫາຍຕໍ່ຜົນປະໂຫຍດແຫ່ງຊາດ.
ຕາມສຳນັກຂ່າວສານ TASS ແລ້ວ, ໂດຍຕອບສຳພາດຕໍ່ວົງການນັກຂ່າວກ່ຽວກັບກໍລະນີລັດເຊຍ ແລະ ອາເມລິກາຫັນການພົວພັນເປັນປົກກະຕິ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ລັດເຊຍ “ບໍ່ມີເວລາໃດປະລະຄວາມມຸ່ງຫວັງນີ້”. ທ່ານ Putin ໃຫ້ຮູ້ວ່າຖ້າລັດເຊຍເຫັນໄດ້ສະພາບການປ່ຽນແປງຕາມທິດທີ່ມີໂອກາດ ແລະ ມີແງ່ຫວັງໃນການກໍ່ສ້າງການພົວພັນກັບບັນດາປະເທດອື່ນ, ລັດເຊຍຍາມໃດກໍ່ກຽມພ້ອມ. ເຖິງຢ່າງໃດກໍ່ຕາມ, ທ່ານເນັ້ນໜັກວ່າ “ສິ່ງນີ້ບໍ່ໄດ້ກໍຜົນເສຍຫາຍຕໍ່ຜົນປະໂຫຍດຂອງສະຫະພັນ ລັດເຊຍ”.
ກ່ຽວກັບແງ່ຫວັງ ລັດເຊຍຫັນການພົວພັນກັບບັນດາປະເທດຝ່າຍຕາເວັນຕົກໃຫ້ເປັນປົກກະຕິເວົ້າລວມ, ການນຳລັດເຊຍ ຢັ້ງຢືນ “ຖ້າພວກເຮົາສ້າງຕັ້ງການພົວພັນກັບປະເທດໃດໜຶ່ງ, ພວກຂ້າພະເຈົ້າ ຈະພຽງແຕ່ສ້າງຕັ້ງບົນພື້ນຖານຜົນປະໂຫຍດຂອງລັດເຊຍ”.

