(ພາບ: REUTERS/Brian Snyder) |
ວັນທີ 5 ກັນຍາ, ທ່ານ D. Trump ປະທານາທິບໍດີ ອາເມລິກາ ໄດ້ເຊັນລັດຖະດຳລັດສະບັບໜຶ່ງເພື່ອປ່ຽນຊື່ກະຊວງປ້ອງກັນປະເທດ ເປັນກະຊວງສົງຄາມ. ກ່າວຄຳເຫັນໃນພິທີເຊັນລັດຖະດຳລັດ, ທ່ານ Trump ຢືນຢັນວ່າ: “ນີ້ແມ່ນການປ່ຽນແປງສຳຄັນທີ່ສຸດ”. ທ່ານ Pete Hegseth Hegseth ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຊົມເຊີຍການປ່ຽນແປງນີ້ ແລະ ຖືວ່າ ອາເມລິກາ ຈະບຸກໂຈມຕີ ຫາກບໍ່ພຽງແຕ່ໄດ້ປ້ອງກັນເທົ່ານັ້ນ.
ຕາມທຳນຽບຂາວແລ້ວ, ລັດຖະດຳລັດສະບັບໃໝ່ ອະນຸຍາດໃຫ້ທ່ານລັດຖະມົນຕີ Hegseth ແລະ ບັນດາເຈົ້າໜ້າທີ່ຂັ້ນລຸ່ມ ນຳໃຊ້ບັນດາຕຳແໜ່ງຄື: ລັດຖະມົນຕີກະຊວງສົງຄາມ, ຮອງລັດຖະມົນຕີກະຊວງສົງຄາມ ໃນບັນດາເອກະສານ ແລະ ການຕິດຕໍ່ພົວພັນທາງການ.
