ວັນທີ 02 ຕຸລາ, ໃນສື່ສັງຄົມອອນລາຍ Truth Social, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຖະແຫຼງຈະດຳເນີນບັ້ນຫຼຸດຈຳນວນບຸກຄະລາກອນສະຫະລັດໃນຂອບຂະໜາດໃຫຍ່, ໃນສະພາບການລັດຖະບານສະຫະລັດປິດປະຕູສ່ວນໜຶ່ງເປັນມື້ທີ 2 ແລ້ວ.
ຖະແຫຼງການໂດຍການນຳ ອາເມລິກາ ຍົກອອກມາໃນສະພາບການລັດຖະບານປະເທດນີ້ ໄດ້ປິດປະຕູສ່ວນໜຶ່ງຢ່າງເປັນທາງການ ແຕ່ເວລາ 0 ໂມງ 01 ນາທີຂອງວັນທີ 01 ຕຸລາ (ຕາມເວລາທ້ອງຖິ່ນ, ໝາຍຄວາມວ່າກົງກັບຕອນ 11 ໂມງ 01 ນາທີຂອງວັນດຽວກັນຕາມເວລາ ຫວຽດນາມ) ພາຍຫຼັງທີ່ສະພາແຫ່ງຊາດ ແລະ ທ່ານປະທານາທິບໍດີ ບໍ່ບັນລຸໄດ້ຂໍ້ຕົກລົງງົບປະມານ, ຍ້ອນບໍ່ລົງລອຍກັນກ່ຽວກັບແຫຼ່ງເງິນອຸປະຖຳໃຫ້ແກ່ການສົ່ງເສີມສຸຂະພາບ. ຜົນຕາມມາແມ່ນ ມີພະນັກງານສະຫະລັດປະມານ 750.000 ຄົນຢູ່ຫຼາຍອົງການ ຕ້ອງຢຸດເຮັດວຽກຊົ່ວຄາວ ໂດຍບໍ່ໄດ້ຮັບເງິນເດືອນ.
ສ່ວນທ່ານ Chuck Schumer ການນຳພັກປະຊາທິປະໄຕທີ່ກວມຈຳນວນສະມາຊິກສ່ວນໜ້ອຍຢູ່ສະພາສູງ ຖືວ່າ ເລື່ອງໃຫ້ພະນັກງານຈຳນວນຫຼາຍອອກວຽກນັ້ນ ແມ່ນຈະບໍ່ມີບ່ອນອີງທີ່ເໝາະສົມ.
