ພາບປະກອບ: REUTERS/Violeta Santos Moura

ໃນສື່ສັງຄົມອອນໄລ , ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອິດສະລາແອັນ ແລະ ອີຣານ ໄດ້ເຫັນດີຕໍ່ຂໍ້ຕົກລົງຢຸດຍິງຢ່າງສົມບູນໃນຮອບເວລາ 12 ຊົ່ວໂມງ ແລະ ຫຼັງຈາກນັ້ນ ການປະທະກັນລະຫວ່າງສອງຝ່າຍ ໄດ້ຮັບຖືວ່າຈະຢຸດຕິລົງ. ຕາມທ່ານ Trump ແລ້ວ, ອີຣານຈະເລີ່ມຕົ້ນການຢຸດຍິງຢ່າງເປັນທາງການກ່ອນ ແລະ ອິດສະລາແອັນກໍ່ຈະຢຸດຍິງຫຼັງຈາກນັ້ນ 12 ຊົ່ວໂມງ. ພາຍຫຼັງ 24 ຊົ່ວໂມງ, ການປະທະກັນໃນຮອບເວລາ 12 ວັນລະຫວ່າງສອງຝ່າຍຈະຢຸດຕິຢ່າງເປັນທາງການ. ໃນເວລາແຕ່ລະຝ່າຍຢຸດຍິງ, ຝ່າຍກົງກັນຂ້າມຈະສືບຕໍ່ຄວາມສັນຕິພາບ ແລະ ໃຫ້ຄວາມຄົາລົບ.

ທ່ານປະທານາທິບໍດີ ເນັ້ນໜັກວ່າ ໃນກໍລະນີ ທຸກສິ່ງທຸກຢ່າງໄດ້ດຳເນີນເປັນຢ່າງດີ, ທ່ານຈະສະແດງຄວາມຍິນດີຕໍ່ທັງສອງປະເທດ ອິດສະລາແອັນ ແລະ ອີຣານຍ້ອນໄດ້ມີຄວາມກ້າຫານ ແລະ ສະຫຼາດເພື່ອແນໃສ່ສິ້ນສຸດການປະທະກັນທີ່ແກ່ຍາວເປັນເວລາ 12 ວັນ. ຕາມທ່ານປະທານາທິບໍດີ ອາເມລິກາແລ້ວ, ການປະທະກັນນີ້ ອາດສາມາດແກ່ຍາວເປັນຫຼາຍປີ ແລະ ທຳລາຍທຸກສິ່ງທຸກຢ່າງຢູ່ພາກພື້ນຕາເວັນອອກກາງແຕ່ສິ່ງນີ້ຈະບໍ່ເກີດຂຶ້ນ.