ທ່ານປະທານາທິບໍດີ Donald Trump (ພາບ: REUTERS/Carlos Barria/Pool) |
ທ່ານ Donald Trump ກ່າວເຕືອນ “ໄລຍະເວລາຈະມາເຖິງ ຈະແມ່ນສັນຕິພາບ ຫຼື ແມ່ນວິນາດຕະກຳສຳລັບ ອີຣານ” ແລະ ອາເມລິກາ ຈະສືບຕໍ່ເລັ່ງໃສ່ບັນດາເປົ້າໝາຍອື່ນດ້ວຍ “ບັນດາບັ້ນບຸກໂຈມຕີທີ່ຊັດເຈນ ແລະ ວ່ອງໄວ”.
ພາຍຫຼັງ ອາເມລິກາ ບຸກໂຈມຕີເຂົ້າບັນດາຮາກຖານນິວເຄຼຍຂອງ ອີຣານ ໃນຄ່ຳຄືນວັນທີ 21 ມິຖຸນາ ນັ້ນ, ມີການນຳຫຼາຍປະເທດໃນໂລກ ໄດ້ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຢຸດຕິການປະທະກັນ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ດຳເນີນການເຈລະຈາ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ອາເມລິກາ ນຳໃຊ້ກຳລັງອາວຸດຕໍ່ກັບ ອີຣານ. ທ່ານ Guterres ຮຽກຮ້ອງບັນດາປະເທດສະມາຊິກ ສປຊ ປະຕິບັດບັນດາພັນທະຂອງຕົນບົນພື້ນຖານກົດບັດ ສປຊ ແລະ ບັນດາຂໍ້ກຳນົດອື່ນໆຂອງກົດໝາຍສາກົນ; ພ້ອມທັງຢັ້ງຢືນວ່າ ເສັ້ນທາງໜຶ່ງດຽວທີ່ມຸ່ງໄປເຖິງຂ້າງໜ້າ ແມ່ນການທູດ ແລະ ຄວາມຫວັງອັນໜຶ່ງອັນດຽວນັ້ນແມ່ນ ສັນຕິພາບ.
ກະຊວງການຕ່າງປະເທດ ເມັກຊີໂກ, ເວເນຊູເອລາ, ນິວຊີແລນ, ທ່ານປະທານ ກູບາ Miguel Diaz – Canel ກໍມີທັດສະນະອັນດຽວກັນ ແລະ ຮຽກຮ້ອງໃຫ້ ວໍຊິງຕັນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຫຼຸດຜ່ອນຄວາມເຄັ່ງຕຶງ, ແກ້ໄຂດ້ວຍການເຈລະຈາ ແລະ ການທູດ.

