|
|
ກ່ອນທີ່ຕົກລົງກັບຄືນວັງ Matignon - ສຳນັກງານນາຍົກ ຝລັ່ງ, ທ່ານ Sébastien Lecornu ໄດ້ວາງອອກບາງເງື່ອນໄຂຕັດສິນຊີ້ຂາດກັບທ່ານປະທານາທິບໍດີ Emmanuel Macron. ລະອຽດ, ທ່ານຮຽກຮ້ອງໃຫ້ລັດຖະບານໃໝ່ຈະບໍ່ລວມມີບໍ່ວ່າບຸກຄົນໃດທີ່ ຢາກຫາສຽງເລືອກຕັ້ງເປັນປະທານາທິບໍດີ ປີ 2027, ນັບທັງຜູ້ທີ່ໃກ້ຊິດຄືທ່ານ Gérald Darmanin ລັດຖະມົນຕີກະຊວງພາຍໃນ ຫຼື ທ່ານ Bruno Retailleau – ປະທານພັກ LR - ເຊິງເປັນສອງການນຳທີ່ໄດ້ຮັບຖືວ່າ “ຜູ້ສະໝັກເລືອກຕັ້ງທີ່ມີຄວາມສາມາດບົ່ມຊ້ອນ”
ນອກຈາກນັ້ນ, ທ່ານ Lecornu ກໍຮຽກຮ້ອງໃຫ້ທຸກຂໍ້ຕົກລົງລະຫວ່າງ ທຳນຽບປະທານາທິບໍດີ ຝລັ່ງ ກັບບັນດາພັກຝ່າຍຄ້ານໃນເມື່ອກ່ອນ ຕ້ອງໄດ້ນຳມາປຶກສາຫາລືຢູ່ສະພາແຫ່ງຊາດ, ລວມມີການປະຕິຮູບລະບອບນະໂຍບາຍພັກບຳນານ, ເຊິ່ງເປັນບັນຫາໜຶ່ງທີ່ມີຄວາມລະອຽດອ່ອນທີ່ສຸດ.
